ອັດກອງປະຊຸມຄັ້ງທີ 10 ຄະນະປະຈຳສະພາແຫ່ງຊາດ

(VOVWORLD) -    ພາຍຫຼັງດຳເນີນມາເປັນເວລາ 3 ວັນ, ກອງປະຊຸມຄັ້ງທີ 10 ຄະນະປະຈຳສະພາແຫ່ງຊາດໄດ້ອັດລົງແລ້ວ
ອັດກອງປະຊຸມຄັ້ງທີ 10 ຄະນະປະຈຳສະພາແຫ່ງຊາດ - ảnh 1 ກອງປະຊຸມຄັ້ງທີ 10 ຄະນະປະຈຳສະພາແຫ່ງຊາດ

ກ່ອນວາລະອັດກອງປະຊຸມ, ເມື່ອໃຫ້ຄຳເຫັນໃສ່ບົດສະຫຼຸບຂາດຕົວງົບປະມານແຫ່ງລັດປີ 2015, ຄະນະປະຈຳສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບກັບຕົວເລກຍອດລາຍຈ່າຍ, ຍອດລາຍຮັບ ແລະ ລາຍຈ່າຍງົບປະມານເກີນດຸ່ນຄືດັ່ງບົດລາຍງານຂອງລັດຖະບານ, ພ້ອມທັງເຫັນດີຍື່ນສະເໜີສະພາແຫ່ງຊາດໃຫ້ສັດຕະຍາບັນບົດສະຫຼຸບຂາດຕົວເນື້ອໃນນີ້. ບົນພື້ນຖານການຄິດໄລ່ຄືນບັນດາຕົວເລກພາຍຫຼັງໄດ້ປຶດສາຫາລື, ຄະນະປະຈຳສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບຍື່ນສະເໜີຕໍ່ສະພາແຫ່ງຊາດກ່ຽວກັບຕົວເລກລາຍຈ່າຍເກີນດຸ່ນ ແລະ ໜີ້ສາທາລະນະ. ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ໄດ້ສະເໜີລັດຖະບານຄວນຊີ້ນຳບັນດາອົງການສຳນັກງານທີ່ກ່ຽວຂ້ອງເພື່ອຖອດຖອນບົດຮຽນ,  ເພີ່ມທະວີການຄຸ້ມຄອງໜີ້ສາທາລະນະຢ່າງຮັດກຸ່ມ, ຮັບປະກັນຄວາມກະຈ່າງແຈ້ງ, ມີປະສີດທິຜົນ ແລະ ປອດໄພທາງການເງິນແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ