ອັດກອງປະຊຸມຄັ້ງທີ 11,ຄະນະບໍລິຫາງງານສູນກາງຊຸດທີ 11

ອັດກອງປະຊຸມຄັ້ງທີ 11,ຄະນະບໍລິຫາງງານສູນກາງຊຸດທີ 11 - ảnh 1
ອັດກອງປະຊຸມຄັ້ງທີ 11,ຄະນະບໍລິຫາງງານສູນກາງຊຸດທີ 11
(ພາບ: chinhphu.vn)

(vovworld) – ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 4 ວັນ, ຕອນ​ບ່າຍ​ວັນ​ທີ 7/5.  ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 11 ​ໄດ້​ອັດ​ລົງ. ບັນດາ​ຜູ້​ແທນ​ໄດ້​ລົງມະຕິ​ບາງ​ເນື້ອ​ໃນ​ກ່ຽວ​ກັບ​ທິດ​ທາງ​ວຽກ​ງານ​ບຸກຄະລາ​ກອນຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ 12 ​ແລະ ບາງ​ຮູບ​ແບບ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ; ຮັບຮອງ​ເອົາ​ມະຕິ​ກອງ​ປະຊຸມ​ຄັ້ງ​ທີ 11 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຊຸດ​ທີ 11.

​ໂດຍ​ເປັນ​ປະທານ​ວາລະ​ອັດ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ໄດ້​ມີ​ບົດ​ປາ​ໄສ​ສຳຄັນ. ກ່ຽວ​ກັບ​ຄວາມ​ຮຽກຮ້ອງ​ກໍ່ສ້າງ​ຄະນະ​ບໍລິ​ຫາງ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ:

​ໂດຍ​ແມ່ນ​ອົງການ​ນຳພາ​ສູງ​ສຸດ​ຂອງ​ພັກ​, ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 12 ຕ້ອງ​ເປັນ​ໝູ່​ຄະນະ​ທີ່​ໝັ້ນຄົງ​ເຂັ້ມ​ແຂງ​ຢ່າງ​ແທ້​ຈິງ, ມີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ຢ່າງ​ແໜ້ນ​ແຟ້ນ, ມີ​ຄຸນ​ນະ​ທາດ​ດ້ານການ​ເມືອງຢ່າງ​ໝັ້ນຄົງ. ມີ​ຄຸນສົມບັດ​ຢ່າງ​ປອດ​ໄສ​, ​ເດັດ​ດຽວ​ປະຕິບັດ​ຈຸດໝາຍ​ເອກະລາດ​ແຫ່ງ​ຊາດ ​ແລະ ລັດທິ​ສັງຄົມ​ນິຍົມ, ມີ​ວິ​ໄສ​ທັດ​ຍຸດ​ທະ​ສາດ, ມີ​ພູມ​ປັນຍາ, ຈີນ​ຕະນາ​ການ​ປ່ຽນ​ໃໝ່, ມີ​ຫົວຄິດ​ປະດິດ​ສ້າງ, ມີ​ເຈດ​ຈຳນົງ​ສູ້​ຮົບ, ສາມ​ດ​ເຕົ້າ​ໂຮມ​ຄວາມ​ສາມັກຄີ, ຄວາມ​ເປັນ​ເອກະ​ພາບ​ໃນ​ທົ່ວ​ພັກ, ຕິດ​ພັນ​ກັບ​ປະຊາຊົນ​ຢ່າງ​ແໜ້ນ​ແຟ້ນ, ມີ​ອິດ​ທິພົນ​ຊື່​ສຽງ, ມີ​ຄວາມ​ສາມາດ​ຊີ້​ນຳນຳພາປະ​ເທດ​ຊາດ​ໃນ​ໄລຍະ​ພັດທະນາ​ໃໝ່“.

ກ່ຽວ​ກັບ​ໂຄງການ​ສະໜາມ​ບິນ​ສາກົນ​ລອງ​ແທ່ງ. ສູນ​ກາງ​ສືບ​ຕໍ່​ຢືນຢັນ​ເຖິງ​ຄວາມ​ຈຳ​ເປັນ, ຖືກຕ້ອງ​ຂອງ​ແຜນ​ນະ​ໂຍບາຍ​ລົງທຶນ​ກໍ່ສ້າງ​ສະໜາມ​ບິນ​ນີ້, ຖື​ວ່າ​ນີ້​ແມ່ນ​ໂຄງການສຳຄັນ​ພິ​ເສດລະດັບ​ຊາດ, ມີ​ຄວາມ​ໝາຍ​ໃຫຍ່​ຫຼວງ​ຕໍ່​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ.

ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ. ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ, ​ເນັ້ນ​ໜັກ​ວ່າ:

​ເພື່ອ​ປະຕິບັດ​ສຳ​ເລັດ​ຄາດໝາຍ, ໜ້າ​ທີ່​ປີ 2015, ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ພະນັກງານ​ສູນ​ກາງ​ແຕ່ລະຄົນ​ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່​ພັກ, ຕໍ່​ປະຊາຊົນ ​ແລະ ປະ​ເທດ​ຊາດ, ສຸມ​ໃສ່​ຊີ້​ນຳ​ນຳພາ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ​ກໍ່​ຄື​ມະຕິ​ຕ່າງໆ​ຂອງ​ສູນ​ກາງໃຫ້​ດີ. ພິ​ເສດ​ແມ່ນ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ກະກຽມ​ບຸກຄະລາ​ກອນ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາ ​ແລະ ບັນດາ​ຕຳ​ແໜງ​ການ​ນຳ​ຫຼັກ​ແຫຼ່ງຊຸດ​ທີ 12 ​ໃຫ້​ດີ“.

ກ່ຽວ​ກັບຮູບ​ແບບ​ຈັດ​ຕັ້ງ​ອຳນາດ​ການ​ປົກຄອງ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ​ຄວນ​ສຸມ​ໃສ່​ເຮັດ​ໃຫ້​ກົງຈັກ, ບັນຈຸ​ພະນັກງານ​ໃຫ້​ກະທັດ​ລັດ​ເພື່ອ​ເໝາະ​ສົມ​ກັບ​ບົດບາດ​ໜ້າ​ທີ່​ຂອງ​ແຕ່​ລະ​ອົງການ, ຫົວໜ່ວຍ, ກຳນົດ​ການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດຢ່າງ​ຈະ​ແຈ້ງ. ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ສະ​ເໜີ​ວ່າ, ເລື່ອງ​ປ່ຽນ​ໃໝ່​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ​ຕ້ອງ​ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ການຈັດ​ຕັ້ງ ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ປະຊາຊົນ, ປ່ຽນ​ໃໝ່​ແບບ​ວິທີ​ນຳພາ​ຂອງ​ຄະນະ​ພັກ, ຍົກ​ສູງ​ຄຸນ​ນະພາ​ບພະນັກງານ ​ແລະ ສະມາຊິກ​ສະພາ​ປະຊາຊົນ, ສ້າງ​ທຸກ​ເງື່ອນ​ໄຂ​ເພື່ອ​ໃຫ້​ສະພາ​ປະຊາຊົນ​ເຄື່ອນ​ໄຫວ.

ຂ່າວ/ບົດ​ອື່ນ