ອັດກອງປະຊຸມຄັ້ງທີ 20 ຂອງຄະນະປະຈຳ ສະພາແຫ່ງຊາດ

ອັດກອງປະຊຸມຄັ້ງທີ 20 ຂອງຄະນະປະຈຳ ສະພາແຫ່ງຊາດ - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 20 ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຖືກ​ອັດ​ລົງ
(ພາບປະກອບ)

(vovworld) – ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາກ່ວາ 1 ອາທິດ, ຕອນ​ເຊົ້າ​ວັນ​ທີ 21/8, ກອງ​ປະຊຸມ​ຄັ້ງ​ທີ 20 ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຖືກ​ອັດ​ລົງ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ອັດ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຊີ້​ແຈ້ງວ່າ: ດ້ວຍ​ນ້ຳ​ໃຈ​ເຮັດ​ວຽກ​ຮີບ​ດ່ວນ, ​ເຂັ້ມ​ງວດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​​ໄດ້​ປະຕິບັດ​ສຳ​ເລັດ​ລາຍການ​ເຮັດ​ວຽກ​ທັງ​ໝົດ​ຂອງ​ກອງ​ປະຊຸມ. ​ໃນ​ກອງ​ປະຊຸມ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ບົນ​ນ້ຳ​ໃຈ​ຮັບ​ເອົາ​ຄຳ​ເຫັນ​ຂອງສະມາຊິກ​ສະພາ​ແຫ່ງ​ຊາດ, ພິຈາລະ​ນະ​ບັນດາ​ຮ່າງ​ກົດໝາຍ, ລັດຖະບັນຍັດ, ດຳລັດ, ດຳ​ເນີນ​ການ​ຊັກ​ຖາມ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ​ແລະ ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຮັບ​ເອົາ ​ແລະ ສ້າງ​ບັນດາ​ຮ່າງ​ກົດໝາຍ​, ລັດຖະບັນຍັດໃຫ້​ສົມບູນແບບ, ກະກຽມ​ບັນດາ​ຮ່າງ​ກົດໝາຍ​ໃຫ້​ລະອຽດ, ພິ​​ເສດ​ແມ່ນ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ແລະ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ​ເພື່ອ​ກະກຽມ​ຍື່ນ​ສະ​ເໜີ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​​ແຫ່ງ​ຊາດ​ຊຸດ​ທີ 13. ກ່ອນ​ວາລະ​ອັດ​ກອງ​ປະຊຸມ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ມະຕິ​ກ່ຽວ​ກັບ​ເລື່ອງ​ປະກາດໃຊ້ສາລະບານພາສີ ຊັບພະຍາກອນ.

ຂ່າວ/ບົດ​ອື່ນ