ອັດກອງປະຊຸມຄັ້ງທີ 30 ຂອງຄະນະປະຈໍາສະພາແຫ່ງຊາດຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 10 ມັງກອນ, ຢູ່ສໍານັກງານສະພາແຫ່ງຊາດຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ຄະນະປະຈໍາສະພາແຫ່ງຊາດ ໄດ້ອັດກອງປະຊຸມຄັ້ງທີ 30 ຂອງຄະນະປະຈໍາສະພາແຫ່ງຊາດ. 
ອັດກອງປະຊຸມຄັ້ງທີ 30 ຂອງຄະນະປະຈໍາສະພາແຫ່ງຊາດຫວຽດນາມ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນອັດກອງປະຊຸມ (ພາບ:quochoi.vn) 

ກ່າວຄໍາເຫັນອັດກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ພາຍຫຼັງການເຮັດວຽກມາເປັນເວລາ 1 ວັນ, ຄະນະປະຈໍາສະພາແຫ່ງຊາດ ໄດ້ປະຕິບັດສໍາເລັດລາຍການຂອງກອງປະຊຸມຄັ້ງທີ 30. ນີ້ແມ່ນກອງປະຊຸມທໍາອິດ ເພື່ອຜັນຂະຫຍາຍລາຍການວຽກງານປີ 2019 ຂອງຄະນະປະຈໍາສະພາແຫ່ງຊາດ. ທ່ານນາງປະທານສະພາແຫ່ງຊາດ ສະເໜີ ລັດຖະບານ, ບັນດາກະຊວງ, ຂະແໜງການ, ຕັ້ງໜ້າສົມທົບກັບຄະນະປະຈໍາສະພາແຫ່ງຊາດຜັນຂະຫຍາຍບັນດາວຽກງານຕາມແຜນການຢ່່າງຮີບດ່ວນ.

        ແລະກໍໃນວັນດຽວກັນ, ຄະນະປະຈໍາສະພາແຫ່ງຊາດ ໄດ້ພິຈາລະນາ, ລົງຄະແນນສຽງ ຮັບຮອງເອົາເລື່ອງດັດປັບເຂດແດນປົກຄອງ 2 ຕາແສງ ຂອງ ແຂວງດົ່ງທ໊າບ; ເລື່ອງໂຮມຫົວໜ່ວຍບໍລິຫານຂັ້ນຕາແສງເຂົ້າກັນ, ສ້າງຕັ້ງບັນດາເມືອງ ຂຶ້ນກັບເທດສະບານ ຈີ໊ລິງ ແລະ ສ້າງຕັ້ງນະຄອນ ຈີ໊ລິງ ຂຶ້ນກັບແຂວງ ຫາຍເຢືອງ.

ຕອບກັບ

ຂ່າວ/ບົດ​ອື່ນ