ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 31 ຂ​ອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ຮູ້ວ່າ ພາຍຫຼັງການເຮັດວຽກມາເປັນເວລາ 3,5 ວັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍ 7 ສະບັບ. 
ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 31 ຂ​ອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ວາລະປະຊຸມ (ພາບ:quochoi.vn)

  ກ່າວຄຳເຫັນທີ່ວາລະອັດກອງປະຊຸມຄັ້ງທີ 31 ຂອງຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 19 ມີນາ, ຢູ່ຫໍສະພາແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ຮູ້ວ່າ ພາຍຫຼັງການເຮັດວຽກມາເປັນເວລາ 3,5 ວັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍ 7 ສະບັບ.

 ທ່ານປະທານສະພາແຫ່ງຊາດ ໄດ້ສະເໜີບັນດາກຳມາທິການສະພາແຫ່ງຊາດ ສືບຕໍ່ບູລະນະ, ຮັບປະກັນຄຸນນະພາບສູງທີ່ສຸດ ຕໍ່ຮ່າງກົດໝາຍສະບັບຕ່າງໆ ເພື່ອຍື່ນສະເໜີຕໍ່ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ, ຄາດວ່າຈະດຳເນີນໃນວັນທີ 26 ມີນາຈະມາເຖິງ. ໃນວາລະປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດ ກໍ່ໄດ້ຈັດການຊັກຖາມ ສຳລັບ 2 ກຸ່ມບັນຫາຂຶ້ນກັບຂົງເຂດການເງິນ ແລະ ການທູດ. ທ່ານປະທານສະພາແຫ່ງຊາດໄດ້ຮຽກຮ້ອງ ເລຂານຸການໃຫຍ່ສະພາແຫ່ງຊາດ ຍື່ນຮ່່າງມະຕິຂໍຄຳເຫັນຄະນະປະຈຳສະພາແຫ່ງຊາດໂດຍໄວ ເພື່ອປະກາດໃຊ້ມະຕິກ່ຽວກັບການຊັກຖາມ ເຮັດເປັນບ່ອນອີງທາງດ້ານນິຕິກຳ ໃນການຈັດຕັ້ງປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ