ອັດກອງປະຊຸມຄັ້ງທີ 32 ຄະນະປະຈຳສະພາແຫ່ງຊາດ

ອັດກອງປະຊຸມຄັ້ງທີ 32 ຄະນະປະຈຳສະພາແຫ່ງຊາດ - ảnh 1
(ກອງ​ປະຊຸມ​ຄັ້ງ​ທີ 32 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ)

(vovworld) – ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ປະທາ​ນສະພາ​ແຫ່ງ​ຊາດ​ຫວຽດນາມ​ ຫງວຽນ​ຊິງ​ຮຸ່ງ, ກອງ​ປະຊຸມ​ຄັ້ງ​ທີ 32 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ອັດ​ລົງ​ໃນ​ຕອນ​ເຊົ້າ​ວັນ​ທີ 09/10 ຢູ່​ຮ່າ​ໂນ້ຍ. ກ່ອນ​ໜ້າ​ນັ້ນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ຄຳ​ເຫັນ​​ໃສ່​ບັນດາ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດ​ຖະກິດ​ສັງ​ຄົມ ​ແລະ ​ແຜນ​ງົບ​ປະມານ​ຂອງ​ລັດ​ປີ 2014; ​ແຜນການ​ພັດທະ​ນາ​ເສດຖະກິດ​ສັງຄົມ, ​ແຜນ​ງົບປະມານ​ປີ 2015. ຕາມ​ບົດ​ລາຍ​ງານ​ຂອງ​ລັດຖະບານ, ​ໃນ 9 ​ເດືອນ​ຜ່ານ​ມາ, ສະພາບ​ເສດຖະກິດ​ສັງຄົມ​ສືບ​ຕໍ່​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງ​ໜ້າ​ໃນ​ຫຼາຍຂະ​ແໜງ, ຂົງ​ເຂດ. ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ໃນ 9 ​ເດືອນຕົ້ນ​ປີບັນລຸ 5,62%. ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ 14% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013 ​ແລະ ສືບ​ຕໍ່​ສົ່ງ​ອອກ​ເກີນ​ດູ​ນ. ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ການ​ຮັບປະກັນ​ຊີວິດ​ສັງຄົມ​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ. ​ແຕ່​ວ່າ, ບົດ​ລາຍ​ງານ​ຂອງ​ລັດຖະບານ ກໍ່​ຊີ້​ແຈ້ງວ່າ, ​​ໃນ​ວິວັດ​ການ​ຟື້ນ​ຟູ​ພື້ນຖານ​ເສດຖະກິດ, ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ການ​ສ້າງ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ພິ​ເສດ​ແມ່ນ​ສ້າງ​​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ ​ແລະ ລະບົບ​ທະນາຄານ​ການ​ຄ້າ​ຍັງ​ຊັກ​ຊ້າ​ຢູ່.
ຂ່າວ/ບົດ​ອື່ນ