ອັດກອງປະຊຸມຄັ້ງທີ 37 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 13

ອັດກອງປະຊຸມຄັ້ງທີ 37 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 13 - ảnh 1
ອັດກອງປະຊຸມຄັ້ງທີ 37 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 13
(ພາບປະກອບ)

​(vovworld) – ​ຕອນ​ບ່າຍ​ວັນ​ທີ 10/04, ປະຊຸມຄັ້ງທີ 37 ຂອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​​ຊຸດ​ທີ 13 ຖືກ​ອັດ​ລົງ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ຮ່າງ​ກົດໝາຍ​ຄື: ກົດໝາຍ​ວ່າດ້ວຍ​ອາຍາ (ສະບັບ​ປັບປຸງ), ປະມວນ​ກົດໝາຍ​​ດຳ​ເນີນ​ຄະດີ (ສະບັບ​ປັບປຸງ), ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ປະມວນ​ກົດໝາຍ​ວ່າ​ດ້ວຍ​ການ​ເດີນ​ທະ​ເລ​ຫວຽດນາມ… ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​ບົດ​ລາຍ​ງາຍ​ໝາກຜົນ​ກອງ​ປະຊຸມ​ໃຫຍ່​ສະຫະພັນ​ລັດຖະສະພາ​ສາກົນ​ຄັ້ງ​ທີ 132 (IPU 132) ທີ່​ໄດ້​ຈັດ​ຂຶ້ນຢູ່​ຮ່າ​ໂນ້ຍ; ​ໃຫ້​ຄຳ​ເຫັນ​ໃສ່​ບັນດາ​ໃບ​ສະ​ເໜີ​ຂອງ​ລັດຖະບານ​ກ່ຽວ​ກັບ​ແຜນ​ຮ່າງ​ສ້າງ​ຕັ້ງ​ນະຄອນ ຕາມ​ດຽບ, ​ແຂວງ ນິງບິ່ງ ​ແລະ ​ເທດສະບານ​ກີ​ແອ​ງ ​ແຂວງ​ຮ່າ​ຕິ້ງ.

​ນອກຈາກ​ນັ້ນ, ຄະນະ​ປະຈຳສະພາ​ແຫ່ງ​ຊາດ ​ຍັງໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ລາຍການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ປີ 2016. ກ່​ອນໜ້າ​ນັ້ນ, ພາຍ​ໃຕ້​ການ​​ເປັນ​ປະທານ​ຂອງ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ, ຄະນະປະຈຳ​ສະພາ​​ແຫ່ງ​ຊາດ ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບການພິພາກສາ​ຢ່າງຜິດພາດ​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ຄະດີ​ໃນ​ການ​ໝູນ​ໃຊ້​ກົດໝາຍ​ອາຍາ, ການ​ດຳ​ເນີນ​ຄະດີ​ອາຍາ ​ແລະ ການ​ຊົດ​ເຊີຍ​ຄວາມ​​ເສຍ​ຫາຍ​ໃຫ້​ຜູ້​ຖືກພິພາກສາ​ຢ່າງຜິດພາດ ​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ຄະດີ​ອາຍາ ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ. ມີ​ຫຼາຍ​ຄຳ​ເຫັນ​ໄດ້​ຖື​ວ່າ ຕ້ອງ​ເຮັດ​ແຈ້ງ​ສາຍ​ເຫດ ກໍ່​ຄື​ໜ້າ​ທີ່​ຮັບຜິດຊອບ​ຂອງ​ບັນດາ​ອົງການ, ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ ​ໃນ​​ການພິພາກສາ​ຢ່າງຜິດພາດ ​ແລະ ຜົນ​ກະທົບ​ຂອງ​ສະພາບພິພາກສາ​ຢ່າງຜິດພາດ​ສຳລັບ​ສັງຄົ​ມ.

ຂ່າວ/ບົດ​ອື່ນ