ອັດກອງ​ປະຊຸມ​ຄັ້ງທີ 4 ກຳມາ​ທິການ​ການ​ຕ່າງປະ​ເທດ ຫວຽດນາມ-ລາວ-​ກຳປູ​ເຈຍ

ອັດກອງ​ປະຊຸມ​ຄັ້ງທີ 4 ກຳມາ​ທິການ​ການ​ຕ່າງປະ​ເທດ ຫວຽດນາມ-ລາວ-​ກຳປູ​ເຈຍ  - ảnh 1

(ພາບ:cpv.org.vn)​

( vovworld ) – ຕອນບ່າຍ​ວັນ​ທີ 3/8, ຢູ່​ແຂວງ​ເງະ​ອານ, ​ໄດ້​ອັດກອງ​ປະຊຸມ​ຄັ້ງທີ 4 ກຳມາ​ທິການ​ການ​ຕ່າງປະ​ເທດສະພາ​ແຫ່ງ​ຊາດ​ສາມ​ປະ​ເທດຫວຽດນາມ-​ລາວ-​ກຳປູ​ເຈຍ ກ່ຽວ​ກັບ​ເຂດ​ສາມຫຼ່ຽມພັດທະນາ ດ້ວຍ​ຫົວຂໍ້​ “ບົດບາດ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ການໜູນຊ່ວຍ​ເຂດ​ສາມຫຼ່ຽມພັດທະນາ“. ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ Tran Van Hang ປະທານກຳມາ​ທິການ​ການ​ຕ່າງປະ​ເທດສະພາ​ແຫ່ງ​ຊາດ​​ຫວຽດນາມ ​ໄດ້​ເນັ້ນໜັກ​ວ່າ ສະພາ​ແຫ່ງ​ຊາດ​ສາມ​ປະ​ເທດ​ມີ​ບົດບາດ​ສຳຄັນ​ໃນ​ການ​ໜູນ​ຊ່ວຍ​ລັດຖະ​ບານ​ແຕ່ລະ​ປະ​ເທດ ສືບ​ຕໍ່​ສ້າງ​ກົນ​ໄກ, ນະ​ໂຍບາຍ​ໃຫ້​ແກ່ເຂດ​ສາມຫຼ່ຽມພັດທະນາ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ພາກ​ພື້ນ​ກ່ວາ​ອີກ, ປະກອບສ່ວນ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ, ສ້າງ​ເສັ້ນຊາຍ​ແດນ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ. ອັດ​ກອງ​ປະຊຸມ, ສາມ​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ແຜນການ​ສັງ​ລວມກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງເຂດ​ສາມຫຼ່ຽມພັດທະນາຫວຽດນາມ-​ລາວ-​ກຳປູ​ເຈຍ ຮອດ​ປີ 2020. ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ສາມ​ປະ​ເທດ​ຈະ​ສືບ​ຕໍ່​ຍູ້​​ໄວ​ການ​ສ້າງລະບົບ​ກົດໝາຍ​ກ່ຽວ​ກັບ​ການ​ລົງທຶນ, ການ​ດຳ​ເນີນ​ທຸລະ​ກິດ​, ບັນດາ​ນະ​ໂຍບາຍ​ກ່ຽວຂ້ອງ​ເຖິງ​ພາສີ​ອາກອນ, ​ແຮງ​ງານ...ໃຫ້​ສົມບູນ​ແບບ; ​ເນັ້ນຫນັກ​ເຖິງຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ສົມທົບ​ກັນ ​ແລະ ຮ່ວມ​ມື​ໃນ​ບັນດາ​ການ​ເຄື​ອ່ນ​ໄຫວ​ສອງ​ຝ່າຍ, ຫຼາຍ​ຝ່າຍ ​ແລະ ​ໃນ​ຂົງ​ເຂດ​ນິຕິບັນຍັດ, ຕິດຕາມ​ກວດກາ.

 

ຂ່າວ/ບົດ​ອື່ນ