ອັດກອງປະຊຸມຄັ້ງທີ 42 ສະພາສິດທິມະນຸດສະຫະປະຊາຊາດ

(VOVWORLD) -ສະພາສິດທິມະນຸດແຫ່ງສະຫະປະຊາຊາດ ໄດ້ດຳເນີນບັນດາວາລະປຶກສາຫາລືສຸດທ້າຍ, ຮັບຮອງເອົາມະຕິ 37 ສະບັບ ແລະ ຖະແຫຼງການປະທານທີ່ກອງປະຊຸມປະຈຳປີຄັ້ງທີ 42.

ອັດກອງປະຊຸມຄັ້ງທີ 42 ສະພາສິດທິມະນຸດສະຫະປະຊາຊາດ - ảnh 1 ອັດກອງປະຊຸມຄັ້ງທີ 42 ສະພາສິດທິມະນຸດສະຫະປະຊາຊາດ

(ພາບ: TTXVN)

 ໃນລະຫວ່າງວັນທີ 26 – 27 ກັນຍາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ເຊີແນວ, ປະເທດສະວິດ, ສະພາສິດທິມະນຸດແຫ່ງສະຫະປະຊາຊາດ ໄດ້ດຳເນີນບັນດາວາລະປຶກສາຫາລືສຸດທ້າຍ, ຮັບຮອງເອົາມະຕິ 37 ສະບັບ ແລະ ຖະແຫຼງການປະທານທີ່ກອງປະຊຸມປະຈຳປີຄັ້ງທີ 42. ຄະນະຜູ້ແທນຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ເຢືອງຈິ໊ຢຸງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມ. ທີ່ກອງປະຊຸມແກ່ຍາວເປັນເວລາ 3 ວັນ, ຄະນະຜູ້ແທນຫວຽດນາມ ໄດ້ຕັ້ງໜ້າປະກອບສ່ວນສ້າງບັນດາເນື້ອໃນຂອງຮ່າງມະຕິ, ເຂົ້າຮ່ວມການສະໜັບສະໜູນຂໍ້ລິເລີ່ມຫຼາຍຂໍ້… ຄະນະຜູ້ແທນຫວຽດນາມ ສືບຕໍ່ປົກປ້ອງຜົນປະໂຫຍດ ແລະ ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ບົນເນື້ອໃນຈິດໃຈການເຈລະຈາ ແລະ ຮ່ວມມື, ປະກອບສ່ວນຮັບປະກັນການເຄື່ອນໄຫວຂອງສະພາສິດທິມະນຸດແຫ່ງສະຫະປະຊາຊາດ ໃຫ້ເໝາະສົມກັບບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ