ອັດກອງປະຊຸມຄັ້ງທີ 5 ຂອງຄະນະປະຈໍາສະພາແຫ່ງຊາດ

(VOVWORLD) - ຕອນບ່າຍວັນທີ 23 ພະຈິກ,ໂດຍພາຍໃຕ້ການເປັນປະທານຂອງທ່ານ ປະທານ ສະພາແຫ່ງຊາດ ເວືອງດິ່ງເຫວ້, ກອງປະຊຸມຄັ້ງທີ 5 ຂອງຄະນະປະຈໍາສະພາແຫ່ງຊາດໄດ້ອັດລົງຢ່າງຈົບງາມ
ອັດກອງປະຊຸມຄັ້ງທີ 5 ຂອງຄະນະປະຈໍາສະພາແຫ່ງຊາດ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

      ກ່ອນໜ້ານັ້ນ ໃນຕອນເຊົ້າວັນທີ 23 ພະຈິກ, ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງມະຕິຂອງ ຄະນະປະຈຳສະພາແຫ່ງຊາດ, ອະທິບາຍ ບາງມາດຕາຂອງກົດໝາຍອາຍາ.  ຄະນະປະຈຳສະພາແຫ່ງຊາດ ກໍໄດ້ກອບຄຳເຫັນໃສ່ ຂໍ້ສະເໜີຂອງລັດຖະບານ ກ່ຽວກັບການເພີ່ມເຕີມຮ່າງກົດໝາຍສະບັບປັບປຸງ 2 ສະບັບ, ວ່າດ້ວຍການປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຄວາມຖີ່ວິທະຍຸ; ກົດໝາຍວ່າດ້ວຍການກວດ, ປິ່ນປົວພະຍາດ (ສະບັບປັບປຸງ) ເຂົ້າໃນໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2022. ປະກອບຄຳເຫັນໃສ່ຮ່າງກົດໝາຍສອງສະບັບດັ່ງກ່າວ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຖືວ່າ: ການປັບປຸງກົດໝາຍວ່າດ້ວຍການກວດ, ປິ່ນປົວພະຍາດແມ່ນມີຄວາມສຳຄັນ ແລະ ຮີບດ່ວນທີ່ສຸດ, ເພາະສະນັ້ນ ຄວນປະຕິບັດໃຫ້ສຳເລັດເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ. ກ່ຽວກັບກົດໝາຍວ່າດ້ວຍຄວາມຖີ່ວິທະຍຸ, ທ່ານປະທານສະພາແຫ່ງຊາດຖືວ່າ ຄວນເຮັດບົດລາຍງານຕີລາຄາຜົນກະທົບເມື່ອປັບປຸງກົດໝາຍໃຫ້ຈະແຈ້ງກວ່າ, ໃນນັ້ນ ຕີລາຄາກ່ຽວກັບຜົນກະທົບຕໍ່ເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ບັນດາລະບຽບການບໍລິຫານທີ່ຕ້ອງເຮັດໃໝ່….; ຄວນຢັ້ງຢືນເພີ່ມເຕີມລັກສະນະຈຳເປັນຂອງການປັບປຸງ, ເພີ່ມເຕີມກ່ຽວກັບກົດໝາຍວ່າດ້ວຍຄວາມຖີ່ວິທະຍຸ; ຕ້ອງຮັບປະກັນບັນດາຂໍ້ຜູກພັນໃນຄຳໝັ້ນສັນຍາສາກົນ, ໂດຍສະເພາະແມ່ນສັນຍາການຄ້າເສລີໃໝ່. ທ່ານປະທານສະພາແຫ່ງຊາດ ກໍເນັ້ນໜັກວ່າ ຄວນຖືນີ້ແມ່ນຊັບສົມບັດທີ່ສຳຄັນຂອງປະເທດຊາດ ແລະ ນັບມື້ນັບມີຄຸນຄ່າ, ໂດຍສະເພາະແມ່ນໃນສະພາບການເສດຖະກິດດີຈີຕອນ, ສັງຄົມດີຈີຕອນ; ດັ່ງນັ້ນ ຄວນກຳນົດຕາມທິດຮັບປະກັນການຄຸ້ມຄອງໃຫ້ແໜ້ນແຟ້ນ, ຂຸດຄົ້ນຢ່າງມີປະສິດທິຜົນ ແລະ ປອດໃສ.


ຕອບກັບ

ຂ່າວ/ບົດ​ອື່ນ