ອັດກອງປະຊຸມຄັ້ງປະຖົມມະເລີກສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຊຸດທີ 12

ອັດກອງປະຊຸມຄັ້ງປະຖົມມະເລີກສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຊຸດທີ 12 - ảnh 1
ອງປະຊຸມຄັ້ງ ປະຖົມມະ​ເລີກ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ ຊຸດ​ທີ 12
ພາບ:TTXVN

(vovworld) -   ພາຍຫລັງເຮັດວຽກມາເປັນເວລາເກືອບ 2 ອາທິດ, ກອງປະຊຸມຄັ້ງ ປະຖົມມະ​ເລີກ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ ຊຸດ​ທີ 12 ​ໄດ້​ອັດ​ລົງ​ໃນ​ຕອນ​ເຊົ້າ​ວັນ​ທີ 17/3 ທີ່ຫໍ​ສະພາ​ປະຊາຊົນ ຢູ່​ນະ​ຄອນ​ຫລວງ ປັກ​ກີ່​ງ. ກອງ​ປະຊຸມ​ໄດ້​ພິຈາລະນາ ​ແລະ ຮັບຮອງ​ເອົາ​ຫລາຍ​ບັນຫາ​ສຳຄັນ​ທີ່​ຜົນ​ສະທ້ອນ​ເຖິງ​ຊີວິດ​ທາງ​ດ້ານ​ເສດຖະກິດ, ການ​ເມືອງ, ສັງຄົມ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງປະ​ເທດ​ຂອງ​ຈີນ, ​ໃນ​ນັ້ນ​ເປັນ​ຫນ້າ​ສົນ​ໃຈ​ແມ່ນ​ຮັບ​ຮອງ​ເອົາ​ວິທີ​ການ​ປະຕິ​ຮູບ​ກົງຈັກ ​ແລະ ຫັນປ່ຽນ​ພາລະ​ຫນ້າ​ທີ່​ຂອງ​ລັດຖະບານ, ຕັດສິນ ​ແລະ ​ເລືອກ​ຕັ້ງ​ບັນດາ​ຕຳ​ແຫນ່​ງການ​ນຳ​ຫລັກ​ແຫ​ລ່ງຂອງ​ສະພາ​ແຫ່ງ​ຊາດ ​ແລະ ລັດ.

        ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ ​ໄດ້​ເນັ້ນ​ຫນັກ​ວ່າ: ຈີນ ຈະ​ສືບ​ຕໍ່​ຊຸກຍູ້​ສັນຕິພາບ, ການ​ພັດທະນາ,​ ການ​ຮ່ວມ​ມື, ຢືດໝັ້ນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ, ສືບ​ຕໍ່​ຍຸດ​ທະ​ສາດ​ເປີດ​ເຜີຍ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ການ​ພັດທະນາ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ໂລກ, ປະຕິບັດ​ຫນ້າທີ່ ​ແລະ ພັນທະ​ສາກົນ, ສືບ​ຕໍ່​ພ້ອມ​ກັບ​ປະຊາຊົນ​ປະ​ເທດ​ຕ່າງໆ​ຊຸກຍູ້​ພາລະກິດ​ອັນ​ສູງ​ສົ່ງ​ແມ່ນ​ພັດທະນາ​ມະນຸດ​ໂດຍ​ສັນຕິ.

 

ຂ່າວ/ບົດ​ອື່ນ