ອັດກອງປະຊຸມຄົ້ນຄ້ວາ, ຊາບຊືມມະຕິກອງປະຊຸມ ສູນກາງພັກຄັ້ງທີ 7 ຊຸດທີ 11 ທົ່ວປະເທດ

ອັດກອງປະຊຸມຄົ້ນຄ້ວາ, ຊາບຊືມມະຕິກອງປະຊຸມ ສູນກາງພັກຄັ້ງທີ 7 ຊຸດທີ 11 ທົ່ວປະເທດ - ảnh 1

ທ່ານ​ດິງ​ເທ​ຮິງ​ກ່າ​ວຄຳ​ເຫັນ​ທີ່​ກອງ​ປະຊຸມ

(ພາບ:dangcongsan.vn)

(vovworld)-  ກອງ​ປະຊຸມ​​ຄົ້ນຄ້ວາ, ຊາບ​ຊືມມະຕິກ​ອງປະຊຸມ​ສູນ​ກາງ​ພັກ​ຄັ້ງທີ 7 ຊຸດ​ທີ 11​ ທົ່ວ​ປະ​ເທດ ໂດຍ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ຈັດຕັ້ງຂຶ້ນ​ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍວັນ​ທີ 4/7. ​ໃນ​ການ​ເຮັດ​ວຽກ​ເມື່ອ​ວັນ​ທີ 3-4/7, ບັນດາ​ຜູ້​ແທນ​​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ພື້ນຖານ​ຂອງມະຕິກ​ອງປະຊຸມ​ສູນ​ກາງ​ພັກ​ຄັ້ງທີ 7 ຄື: ມະຕິ​ກ່ຽວ​ກັບ​ການ​ເປັນ​ເຈົ້າການ​​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ມະຕິ​ກ່ຽວ​ກັບ​ການ​ເພີ່ມ​ທະວີ ​ແລະ ປ່ຽນ​ໃໝ່​ການ​ນຳພາ​ຂອງ​ພັກ​ທີ່​ມີ​ຕໍ່​ວຽກ​ງານ​ຂົນຂວາຍ ປຊຊ ​ໃນ​ສະພາບ​ການ​ໃໝ່…ບັນດາ​ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ​ກໍ່​ໄດ້ຮັບ​ຂໍ້​ມູນ​ຂ່າວ ​ແລະ ຊາບ​ຊືມບາງ​ບັນຫາ​ໄດ້​ຮັບ​ການ​ປຶກສາ​ຫາລື​ທີ່ກ​ອງປະຊຸມ​ສູນ​ກາງ​ພັກ​ຄັ້ງທີ 7 ຄື: ວາງ​ແຜນ​ຄະນະ​ບໍລິການ​ງານ​ສູນ​ຫາງ​ພັກ, ກົມ​ການ​ເມືອງ, ຄະນະ​ເລຂາ ​ແລະ ບັນດາ​ຕຳ​ແໜ່​ງຫຼັກ​ແຫຼ່ງຂອງ​ພັກ, ລັດ ອາຍຸ​ການ 2016-2021 ​ແລະ ອາຍຸ​ການ​ຕໍ່​ໄປ ​ແລະ ບັນດາ​ວຽກ​ງານ​ຕ້ອງ​ສືບ​ຕໍ່​ປະຕິ​ບັດ​ໃນ​ໄລຍະ​ຈະ​ມາ​ເຖິງ…​ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ​ດິງ​ເທ​ຮິງ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ສະ​ເໜີ​ໃຫ້​ບັນດາ​ຜູ້​ແທນ​ຈົ່ງ​ກຳ​ແໜ້ນ​ບັນດາ​ໜ້າ​ທີ່​ຈຸດ​ສຸມ ​ແລະ ມາດ​ຕະການ​ຕົ້ນຕໍ​ສຳລັບ​ແຕ່ລະ​ຂົງເຂດ. ສຳລັບມະຕິ​ກ່ຽວ​ກັບ​ການ​ເພີ່ມ​ທະວີ ​ແລະ ປ່ຽນ​ໃໝ່​ການ​ນຳພາ​ຂອງ​ພັກ​ທີ່​ມີ​ຕໍ່​ວຽກ​ງານ​ຂົນຂວາຍ ປຊຊ ​ໃນ​ສະພາບ​ການ​ໃໝ່, ທ່ານ​ດິງ​ເທ​ຮິງ ຊີ້​ແຈ້ງວ່າ:

        “ບັນຫາ​ຕົ້ນຕໍຂອງ​ວຽກ​ງານ​ຂົນຂວາຍ ປຊຊ ​ແມ່ນ​ຕ້ອງ​ເຮັດ​ໃຫ້ ປຊຊ ມີ​ຄວາມ​ເຊື່ອໝັ້ນຕໍ່​ການ​ນຳພາ​ຂອງ​ພັກ, ​ເຊື່ອມໝັ້ນຕໍ່​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ. ​ເພື່ອປະຕິບັດວຽກ​ງານ​ຂົນຂວາຍ ປຊຊ ​ເປັນ​ຢ່າງ​ດີ, ກ່ອນ​ອື່ນ​ໝົດ​ຕ້ອງ​ປ່ຽນ​ໃໝ່​ຈິນຕະນາການ​ກ່ຽວ​ກັບວຽກ​ງານ​ຂົນຂວາຍ ປຊຊ , ​ແກ້​ໄຂ​ບັນດາ​ຄວາມ​ມຸ່ງ​ຫວັງ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ ປຊຊ. ດ້ານ​ອື່ນ​, ຕ້ອງ​ປັບປຸງ​ພັກ​, ກໍ່ສ້າງລັດເປັນ​ປະຈຳ, ທຸກ​ທັດສະນະ​ຂອງ​ພັກ, ນະ​ໂຍບາຍຂອງ​ລັດຕ້ອງ​ເພື່ອ ປຊຊ, ​ເລີ່​ມຈາກ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ ປຊຊ”.

 

 

ຂ່າວ/ບົດ​ອື່ນ