ອັດກອງປະຊຸມຄະນະກຳມະການແນວໂຮມປະເທດຊາດຫວຽດນາມຄັ້ງທີ 4 ຊຸດທີ 7

ອັດກອງປະຊຸມຄະນະກຳມະການແນວໂຮມປະເທດຊາດຫວຽດນາມຄັ້ງທີ 4 ຊຸດທີ 7 - ảnh 1
ທ່ານປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຄັ້ງ​ທີ່ 4 ກ່າວຄຳເຫັນອັດກອງປະຊຸມ

ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 2 ວັນ, ວັນ​ທີ 12/1 ຢູ່​ນະຄອນ​ໂຮ່ຈີ​ມິນ​ໄດ້​ອັດ​ກອງ​ປະຊຸມ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຄັ້ງ​ທີ 4 ຊຸດ​ທີ 7. ກອງ​ປະຊຸມ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ກ່ຽວ​ກັບ​ການ​ທົດ​ແທນ, ​ເພີ່ມ​ເຕີມ​ຊັນ​ພະຍາກອນມະນຸດ, ດ້ວຍ​ກຳມະການ​ຄະນະ​ກຳມະການສຸມ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຊຸດ​ທີ 7 356 ທ່ານ ​ແລະ ກຳມະການ​ຄະນະ​ປະທານ 57 ທ່ານ. ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ມະຕິ​ຮຽກຮ້ອງ​ໃຫ້​ພໍ່​ແມ່ນ​ປະຊາຊົນ ​ແລະ ນັກຮົບ​ໃນ​ທົ່ວ​ປະ​ເທດ, ພໍ່​ແມ່ນ​ປະຊາຊົນ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກ​ຊາດ, ມູນ​ເຊື້ອສະມັກ​ຄີ, ​ເຈດ​ຈຳນົງ​ເພີ່ງ​ຕົນ​ເອງ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ມານະ​ພະຍາຍາມ​ພ້ອມ​ກັບ​ພັກ, ລັດ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽ​ດນາມ ຍູ້​ແຮງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ພັດທະນາ​ເສດຖະກິດ​ສັງຄົມ, ປັບປຸງ​ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ,​ຮັກສາ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງ​ຄົມ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ, ສະກັດ​ກັ້ນ​ໄພ​ສໍ້​ລາດ​ບັງ​ຫຼວງ, ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟຸມ​ເຟືອຍ, ​ຜັນຂະຫຍາຍ​ບັນດາມາດ​ຕະການປະຕິບັດ​ຈຸດໝາຍ​ບຸລິມະສິ​ດປີ 2012​ ຢ່າງ​ມີ​ປະສິດທິ​ຜົນ​ນັ້ນແມ່ນ ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ໃຫ້​ເປັນ​ປົກກະຕິ, ຮັກສາ​ລະດັບ​ເຕີບ​ໂຕ​ຢູ່​ໃນ​ລະດັບ 6% ​ແລະ ຮັບປະກັນ​ຊີວວິດ​ສັງຄົມ, ປະຕິບັດ​ບັນດາ​ຈຸດໝາຍ, ໜ້າ​ທີ່​ໃນ​ແຜນການ​ເສດຖະກິດ - ສັງ​ຄົ​ມ ປີ 2012 ຢ່າງ​ມີ​ໄຊ. ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ ຮິ​ວງດ໊າມ, ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຄັ້ງ​ທີ່ 4 ຊຸດ​ທີ່ 7 ຊີ້​​ແຈງ​ວ່າ:

“ປີ 2012, ​ແນວ​ໂຮມ​ທຸກ​ຂັ້ນ​ເສີມ​ຂະຫຍາຍ​ໝາກຜົນທີ່​ບັນລຸ​ໄດ້, ຍົກສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແມ່ນ​ຮາກ​ຖານ​ຂອງ​ອຳນາດ​ການ​ປົກຄອງ​ປະຊາຊົນ, ​ເຮັດ​ແນວ​ໃດ​ຂົນຂວາຍ​ປະຊາຊົນ​ກໍ່ສ້າງ​ພັກ, ກໍ່ສ້າງ​ລັດ​ແຫ່ງ​ນິຕິບັນຍັດ​ສັງຄົມ​ນິຍົມ​ທີ່ໂປ່​ງໃສ, ໝັ້ນຄົງ. ພິ​ເສດ​ແມ່ນ​​ຊາບ​ຊຶມ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ຄັ້ງທີ 4 ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ພັກ​ກອມູນິດ​ຫວຽດນາມ​ຊຸດ​ທີ 11 ຢ່າງ​ມີ​ປະສິດທິ​ຜົນ”

ຕອບກັບ

ຂ່າວ/ບົດ​ອື່ນ