ອັດກອງປະຊຸມຄະນະບໍລິຫານງານພັກກຳອຳນາດກຳປູເຈຍ

ອັດກອງປະຊຸມຄະນະບໍລິຫານງານພັກກຳອຳນາດກຳປູເຈຍ - ảnh 1
ທ່ານ​ປະທານ​ພັກ Samdech Hun Sen
(ພາບ: vietnam+)

(vovworld) - ​ ​ ກອງ​ປະຊຸມ​ຄັ້ງ​ທີ 40 ຄະນະ​ບໍລິຫານ​ງານ​ຊຸດ​ທີ 5 ພັກ​ປະຊາຊົນ ກຳປູ​ເຈຍ (CPP) ກຳ​ອຳ​ນາດຖືກ​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 18/12 ພາຍຫລັງດຳ​ເນີນ​ມາ​ເປັນ​ເວລາ 2 ວັນ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ປະທານ​ພັກ Samdech Hun Sen  ​ແລະ ທ່ານ​ປະທານ​ກິດຕິ​ມະ​ສັກ Samdech Heng Samrin. ນີ້​​ໄດ້​ຮັບຖື​ວ່າ: ​ແມ່ນກອງ​ປະຊຸມ​ເປີດ​ກ້ວາງ​ຂອງ CPP ​​ເພື່​ອ​ແນ​ໃສ່​ກະກຽມ​ໃຫ້ການ​ເລືອກ​ຕັ້ງ​ຂັ້ນ​ຕາ​ແສງ​ຢູ່ ກຳປູ​ເຈຍ ​ເຊິ່ງຈະ​ດຳ​ເນີນ​ໃນວັນ​ທີ 04/06/2017. ​ແຈ້ງ​ຂ່າວ​ຂອງ​ກອງ​ປະຊຸມ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ມະຕິ​ລວມມີ 13 ຂໍ້, ​ໃນ​ນັ້ນ ​​ໄດ້ເນັ້ນ​ໜັກ​ເຖິງ​ສະພາບ​ການ​ຂອງ ກຳປູ​ເຈຍ ​ແລະ ການ​ເຄື່ອນ​ໄຫວ​ຂອງ CPP ​ໃນ​ປີ 2016 ​ແລະ ວາງ​ອອກ​ທິດ​ທາງ, ໜ້າ​ທີ່​ໃຫ້​ປີ 2017, ​ເນັ້ນ​ໜັກ​​ເຖິງ​ບັນດາ​ມາດ​ຕະການ ​ເພື່ອ​ກະກຽ​ມ​ໃຫ້ການ​ເລືອກ​ຕັ້ງ​ຂັ້ນ​ຕາ​ແສງ​​ໃນປີ 2017.

ຂ່າວ/ບົດ​ອື່ນ