ອັດກອງປະຊຸມຕຳຫຼວດ ທົ່ວປະເທດຄັ້ງທີ 69

ອັດກອງປະຊຸມຕຳຫຼວດ ທົ່ວປະເທດຄັ້ງທີ 69 - ảnh 1
ອັດ​ກອງປະ​ຊຸມ​ຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 69
(ພາບ: CAND)


(vovworld) - ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 2 ວັນ, ວັນ​ທີ 19/12, ກອງປະ​ຊຸມຕຳຫຼວດ​ທົ່ວ​ປະ​ເທດ​ຄັ້ງ​ທີ 69 ​​ໄດ້​ສິ້ນ​ສຸດ​ລົງ. ພົນ​ເອກ ​ເຈີ​ນດ້າຍ​ກວາງ, ກຳມະການ​ກົມ​ການ​ເມ​ືອງ, ​ເລຂາ​ຄະນະ​ພັກ​ຕຳຫຼວດ​ສູນ​ກາງ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ຢືນຢັນ​ວ່າ, ດ້ວຍ​ຈິດ​ໃຈ​ຮັບ​ຜິດ​ຊອບ​ສູງ, ກອງ​ປະຊຸມ​ໄດ້​ສຳ​ເລັດ​ບັນດາ​ເນື້ອ​ໃນ, ລາຍການ​ທີ່​ໄດ້​ວາ​ອອກ​ເປັນ​ຢ່າງ​ດີ, ບັນດາ​ຜູ້​ແທນ​ໄດ້​ປະກອບ​ຄຳ​ເຫັນ​ໃສ່ບັນດາ​ບົດ​ລາຍງານ​ທີ່​ສະ​ເໜີ​ຕໍ່​ກອງ​ປະຊຸມ ພ້ອງ​ທັງ​ຕີ​ລາຄາ​ບັນດາ​ດ້ານ​ດີ, ຈຸດ​ອ່ອນຢ່າງຢ່າງ​ກົງ​ໄປ​ກົງ​ມາ, ບັນດາ​ແຜນການ, ໜ້າ​ທີ່​ປະຕິບັດ​ວຽກ​ງານ​ຂອງ​ຕຳຫຼວດ​ປີ 2014.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່າ​ນລັດຖະມົນຕີ ​ເຈີ​ນດ້ານ​ກວາງ ຢືນຢັນ​ວ່າ ປີ 2014, ກຳລັງ​ຕຳຫຼວດ​ໄດ້​ຊາບ​ຊືມການ​ປະຕິບັດ​ບັນດາ​ຄຳ​ສັ່ງ​ຊີ້​ນຳ​ຂອງ​ພັກ, ລັດ, ພິ​ເສດ​ແມ່ນ​ມະຕິ​ເລກທີ 28 ຂອງ​ຄະນະ​ບໍລິຫານ​ງານ​ສູ​ນກາ​ງກ່ຽວ​ກັບ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດຊາດ​ໃນ​ສະພາບ​ການ​ໃໝ່. ກະຊວງ​ຕຳຫຼວດ​ຈະ​ເປັນ​ເສນາ​ທິການ​ໃຫ້​ພັກ, ລັດ ບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ເປັນ​ເຈົ້າ​ການ​ສະ​ກັດ​ກັ້ນ, ​ຕ້ານ​ກົນອຸບາຍ, ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ, ປະຕິ​ການ... ຮັກສາ​ຄວາ​ມສະຫງົບ​ປອດ​ໄພ​ແຫ່ງ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ໃນ​ທຸກ​ສະພາບ​ການ.

ຂ່າວ/ບົດ​ອື່ນ