ອັດກອງປະຊຸມທາງອອນລາຍທົ່ວປະເທດເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

(VOVWORLD) -ການຮ່ຳຮຽນ, ເຊື່ອມຊຶມ, ເຜີຍແຜ່ ແລະ ຜັນຂະຫຍາຍ ນຳມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກເຂົ້າສູ່ຊີວິດ ແມ່ນໜ້າທີ່ການເມືອງສຳຄັນຍິ່ງຂອງພັກ
ອັດກອງປະຊຸມທາງອອນລາຍທົ່ວປະເທດເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ - ảnh 1(ກອງປະຊຸມທາງອອນລາຍທົ່ວປະເທດເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ)

ພາຍຫຼັງດຳເນີນມາເປັນເວລາ 2 ວັນ, ກອງປະຊຸມທາງອອນລາຍທົ່ວປະເທດເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໂດຍຄະນະເລຂາສູນກາງພັກຈັດຕັ້ງ ໄດ້ຈັດວາລະອັດໃນຕອນບ່າຍວັນທີ 28 ມີນາ.

ກ່າວຄຳເຫັນອັດກອງປະຊຸມ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຫງວຽນຈ້ອງເຫງັ້ຍ ຢືນຢັນວ່າ: ການຮ່ຳຮຽນ, ເຊື່ອມຊຶມ, ເຜີຍແຜ່ ແລະ ຜັນຂະຫຍາຍ ນຳມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກເຂົ້າສູ່ຊີວິດ ແມ່ນໜ້າທີ່ການເມືອງສຳຄັນຍິ່ງຂອງພັກ, ຂອງແຕ່ລະອົງການຈັດຕັ້ງພັກ, ພ້ອມທັບກໍ່ແມ່ນຄວາມເປັນກຽດ, ໜ້າທີ່ຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກແຕ່ລະຄົນ.

ໃນລາຍການເຮັດວຽກໃນຕອນເຊົ້າວັນທີ 28 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ແນະນຳ, ຊາບຊຶມຫົວເລື່ອງສະເພາະກ່ຽວກັບຍຸດທະສາດພັດທະນາເສດຖະກິດ-ສັງຄົມ 10 ປີໄລຍະ 2021 - 2030 ແລະ ທິດທາງ, ໜ້າທີໃນ 5 ປີຈະມາເຖິງ (ໄລຍະ 2021-2025). ຕອນບ່າຍວັນດຽວກັນ, ບັນດາຜູ້ແທນໄດ້ຮັບຟັງ 2 ບົດລາຍງານກ່ຽວກັບຫົວເລື່ອງສະເພາະໂດຍທ່ານ ຟານວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽ,ນາມ ສະເໜີ ແລະ ທ່ານ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ນຳສະເໜີ.

ຕອບກັບ

ຂ່າວ/ບົດ​ອື່ນ