ອັດກອງປະຊຸມ“ບັນດາບັນຫາທະເລແລະສົນທິສັນຍາສປຊກ່ຽວກັບກົດໝາຍວ່າດ້ວຍທະເລ“

ອັດກອງປະຊຸມ“ບັນດາບັນຫາທະເລແລະສົນທິສັນຍາສປຊກ່ຽວກັບກົດໝາຍວ່າດ້ວຍທະເລ“ - ảnh 1
ກອງ​ປະຊຸມສຳ​ມະ​ນາ ​ໄຂ​ຂຶ້ນ​ໃນ​ວັນ​ທີ 4/6
(ພ​າບ: Văn Đức - TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 4/6, ກອງ​ປະຊຸມສຳ​ມະ​ນາສາ​ກົນ ​“ບັນດາ​ບັນຫາ​ທະ​ເລ​ ແລະ ສົນທິສັນຍາ​ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS): ​ແບ່ງປັນ​ການ​ສຳ​ພັດ​ຂອງ​ເອີ​ລົບ ​ແລະ ອາຊີ​ ກ່ຽວ​ກັບ​ການ​ຂັດ​ແຍ້​ງຜືນ​ແຜ່ນດິນ“, ​ໄດ້​ອັດ​ລົງ​ພາຍຫຼັງ​ດຳ​ເນີນ​ມາເປັນ​ເວລາ 2 ວັນ​ຢູ່​ນະຄອນ​ຫ້າ​ລອງ, ​ແຂວງ​ກວາງ​ນິງ. ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ສະ​ຖາ​ບັນ​ການ​ຕ່າງປະ​ເທ​​ດຈັດ​ຕັ້ງ ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ຄະ​ນະ​ຜູ້​ແທນ​ສະຫະພາບ​ເອີ​ລົບ​ປະຈຳ​ຫວຽດນາມ, ​ເຊິ່ງ​ໄດ້​ດຶງ​ດູດ​ຜູ້​ແທນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ 140 ຄົນ​ເຂົ້າ​ຮ່ວມ. ດ້ວຍ 20 ບົດ​ປະກອບ​ຄວາມ​ເຫັນ ​ແລະ ​ເກືອບ 60 ຄວາມ​ເຫັນ​ປຶກສາ​ຫາລື, ບັນດາ​ຜູ້​ແທນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ປຶກສາ​ຫາລື​ຫຼາຍ​ບັນຫາ​ກ່ຽວຂ້ອງ​ເຖິງ​ການ​ອະທິບາຍ ​ແລະ ນຳ​ໃຊ້​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ສາກົນປີ 1982; ສະພາບ​ຕົວ​ຈິງ ​ແລະ ບັນດາ​ມາດ​ຕະການ​ຮ່ວມ​ມື, ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​​ເຂດທະ​ເລ​ອາຊີ​ໃນ​ທຸກ​ຂົງ​ເຂດ. ຄຽງ​ຂ້າງ​ນັ້ນ​ບັນດາ​ຜູ້​ແທນ​ກໍ່​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ພັດທະນາ​ການ​ຮ່ວມ​ມື ​ແລະ ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ​ທະ​ເລ​ຂອງ​ເອີ​ລົບ. ກ່າວ​ຄວາມ​ເຫັນ​ອັດ​ກອງ​ປະຊຸມ​ສຳ​ມະ​ນາ. ທ່ານ​ເອກ​ອັກຄະ​ລັດຖະທູດ Franz Jessen, ຫົວໜ້າ​ຄະນະ​ຜູ້​ແທນ​ສະຫະພາບ​ເອີ​ລົບ​ ປະຈຳ​ຫວຽດນາມ ​ໄດ້​ໃຫ​້ຂໍ້​ສັງ​ເກດ​ວ່າ. ກອງ​ປະຊຸມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຄຸ້ມ​ຄອງ​ທະ​ເລ​ລະຫວ່າງ​ອາຊີ ​ແລະ ​ເອີ​ລົບ. ທ່ານ​ຍັງ​ສະ​ແດງ​ຄວາມ​ພາກພູມ​ໃຈ​ເມື່ອ​ເຫັນ​ວ່າ ສະຫະພາບ​ເອີ​ລົບ​ສາມາດ​ມີ​ບົດບາດ​ຕັ້ງໜ້າ​ໃນ​ການ​ໜູນ​ຊ່ວຍ​ບັນດາ​ປະ​ເທ​ດອາຊີ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ບັນຫາ​ທະ​ເລ ​ແລະ ຢືນຢັນ​ວ່າ ສະຫະພາບ​ເອີ​ລົບ​ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ​ຫວຽດນາມ ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ຄື​ດັ່ງກ່າວ​, ເພື່ອ​ແບ່ງປັນ​ບົດຮຽນ​ເປັນ​ປະຈຳ​ກ່ຽວ​ກັບ​ບັນດາ​ບັນຫາ ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

 



ຂ່າວ/ບົດ​ອື່ນ