ອັດກອງ​ປະ​ຊຸມ​ບັນ​ດາ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ໂລກ​ຄັ້ງ​ທີ 5

(VOVWORLD) -ກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5 ໄດ້ອັດລົງພາຍຫຼັງການເຮັດວຽກມາເປັນເວລາ 2 ວັນ ຕາມຮູບແບບທາງອອນລາຍ, ໃນວາລະອັດກອງປະຊຸມໃນຕອນຄ່ຳວັນທີ 20 ສິງຫາ ຕາມເວລາ ຮ່າໂນ້ຍ, ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການກ່ຽວກັບການນຳພາລັດຖະສະພາເພື່ອປະຕິບັດລັດທິຫຼາຍຝ່າຍຢ່າງມີປະສິດທິຜົນກ່ວາອີກ, ນຳເອົາສັນຕິພາບ, ການພັດທະນາແບບຍືນຍົງ ມາໃຫ້ປະຊາຊົນ ແລະ ໂລກ.
ອັດກອງ​ປະ​ຊຸມ​ບັນ​ດາ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ໂລກ​ຄັ້ງ​ທີ 5 - ảnh 1ກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5  (ພາບ: Quochoi.vn)

ຖະແຫຼງການໄດ້ເນັ້ນໜັກວ່າ ບັນດາປະທານສະພາແຫ່ງຊາດ ໄດ້ພ້ອມກັບປະທານສະຫະພາບລັດຖະສະພັນໂລກໄດ້ຢັ້ງຢືນເຖິງການຮຽງບ່າຮຽງໄຫລ່ພ້ອມກັບບັນດາສະມາຊິກລັດຖະສະພາ ແລະ ປະຊາຊົນໃນຈຸດເວລາທີ່ມີລັກສະນະປະຫວັດສາດ ທົ່ວໂລກພ້ອມກັນປະເຊີນໜ້າກັບໂລກລະບາດ Covid – 19. ບັນດາປະທານສະພາແຫ່ງຊາດ ເຊື່ອໝັ້ນວ່າ ສປຊນັບມື້ນັບມີຄວາມຈຳເປັນກ່ວາເວລາໃດໝົດ ແລະ ແມ່ນພື້ນຖານຂອງບັນດາການກະທຳທີ່ມີລັກສະນະທົ່ວໂລກຢ່າງແຮງ ແລະ ມີປະສິດທິຜົນ.

        ກອງປະຊຸມບັນດາປະທານສະພາແຫ່ງຊາດ ໂລກ ຄັ້ງທີ 5 ໄດ້ປະຕິບັດຕາມຮູບແບບທາງອອນລາຍໂດຍສະຫະພັນລັດຖະສະພາໂລກ (IPU), ສະຫະປະຊາຊາດ (UN) ແລະ ສະພາແຫ່ງຊາດ ໂອຕາລິດ ສົມທົບກັນຈັດຕັ້ງຂຶ້ນໃນວັນທີ 19 ຫາ 20 ສິງຫາ 2020.

        ດ້ວຍບົດບາດເປັນຜູ້ນຳພາສະພາແຫ່ງຊາດຫວຽດນາມ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ໄດ້ມີບົດກ່າວປາໄສຜ່ານເທບວີດີໂອ ສົ່ງໄປຍັງກອງປະຊຸມກ່ຽວກັບການເຂົ້າຮ່ວມຂອງສະພາແຫ່ງຊາດຫວຽດນາມ ທີ່ມີຕໍ່ກົນໄກ ລັດຖະສະພາລະຫວ່າງພາກພື້ນ ແລະ ໂລກ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ຊຸກຍູ້ການຮ່ວມມື ແລະ ຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ