ອັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 46 ຂອງ ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ

(VOVWORLD) -ກອງປະຊຸມໄດ້ຮັບຮອງເອົາມະຕິປະມານ 30 ສະບັບ, ໃນນັ້ນມີມະຕິວ່າດ້ວຍການຮັບປະກັນການສຳຜັດກັບວັກຊິນກັນໂຄວິດ - 19 ຢ່າງມີຄວາມສະເໝີພາບ, ທັນການ ດ້ວຍລາຄາທີ່ເໝາະສົມ ຂອງທຸກໆປະເທດ.
ອັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 46 ຂອງ ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

        ວັນທີ 24 ມີນາ ຢູ່ສຳນັກງານ ສປຊ ຢູ່ເຊີແນວ, ປະເທດສະວິດ, ສະພາສິດທິມະນຸດ ສປຊ ໄດ້ສິ້ນສຸດກອງປະຊຸມປະຈຳປີ ຄັ້ງທີ 46. ໃນສະພາບການໂລກລະບາດໂຄວິດ - 19 ສືບຕໍ່ຜັນແປຢ່າງສັບສົນຢູ່ ພາກພື້ນ ແລະ ໂລກ, ບັນດາກອງປະຊຸມສືບຕໍ່ໄດ້ຈັດຂຶ້ນຕາມຮູບການທາງອອນລາຍ, ສົມທົບກັບການເຂົ້າຮ່ວມໂດຍກົງຢູ່ສຳນັກງານ ສປຊ.

        ກອງປະຊຸມໄດ້ຮັບຮອງເອົາມະຕິປະມານ 30 ສະບັບ, ໃນນັ້ນມີມະຕິວ່າດ້ວຍການຮັບປະກັນການສຳຜັດກັບວັກຊິນກັນໂຄວິດ - 19 ຢ່າງມີຄວາມສະເໝີພາບ, ທັນການ ດ້ວຍລາຄາທີ່ເໝາະສົມ ຂອງທຸກໆປະເທດ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ວັນທີ 22 ກຸມພາ, ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງເປີດກ້ວາງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ຍົກໃຫ້ເຫັນ ບັນດານະໂຍບາຍ, ຄວາມມານະພະຍາຍາມ ແລະ ຜົນສຳເລັດຂອງ ຫວຽດນາມໃນການປົກປ້ອງ ແລະ ຊຸກຍູ້ ສິດທິມະນຸດ ໃນສະພາບການເກີດໂລກລະບາດໂຄວິດ - 19 ຢ່າງຈະແຈ້ງ, ທັງຄວບຄຸມໂລກລະບາດ ໂຄວິດ -19, ເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ ທັງຮັກສາອັດຕາການເຕີບໂຕດ້ານເສດຖະກິດ, ຮັບປະກັນການໜູນຊ່ວຍສັງຄົມ, ຂໍ້ມູນຂ່າວກ່ຽວກັບບັນດາການປະກອບສ່ວນຂອງຫວຽດນາມ ໃຫ້ແກ່ຄວາມມານະພະຍາຍາມລວມຂອງ ໂລກ ໃນການຮັບມືກັບໂລກລະບາດໂຄວິດ - 19, ສະເໜີວັນທີ 27 ທັນວາ ແມ່ນວັນສາກົນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ໄດ້ຮັບການຮັບຮອງເອົາຈາກ ສະມັດຊາໃຫຍ່ ສປຊ ດ້ວຍເປົ້າໝາຍຍົກສູງຄວາມຮັບຮູ້ກ່ຽວກັບການປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບບັນດາໂລກລະບາດ.

        ພິເສດ, ທ່ານ ຟ້າມບິ່ງມິງ ໄດ້ແຈ້ງໃຫ້ຮູ້ວ່າເລື່ອງ ຫວຽດນາມ ໃນຖານະເປັນປະເທດສະໝັກເລືອກຕັ້ງ ຂອງ ອາຊຽນ ຈະເຂົ້າຮ່ວມຮັບສະໝັກເລືອກຕັ້ງເປັນສະມາຊິກ ສະພາສິດທິມະນຸດ ອາຍຸການ 2023 – 2025, ດ້ວຍຄວາມປາດຖະໜາດວ່າ ຈະປະກອບສ່ວນຫຼາຍກ່ວາ ເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງ ໂລກ ຢ່າງມີປະສິດທິຜົນກ່ວາອີກ ເພື່ອແນໃສ່ຊຸກຍູ້ ແລະ ປົກປ້ອງສິດທິມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ