ອັດກອງປະຊຸມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ອາຊຽນ ຄັ້ງທີ 19 ຢູ່ ລາວ

(VOVWORLD) - ພາຍຫລັງເຮັດວຽກມາເປັນເວລາ 2 ວັນ, ຕອນບ່າຍວັນທີ 25 ຕຸລາ, ຢູ່ນະຄອນຫລວງ ວຽງຈັນ, ປະເທດ ລາວ, ກອງປະຊຸມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ອາຊຽນ ຄັ້ງທີ 19 (TELMIN 19) ໄດ້ອັດລົງ. ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ລາວ ເປັນປະທານກອງປະຊຸມຖະແຫຼງຂ່າວ ກ່ຽວກັບຜົນສຳເລັດຂອງກອງປະຊຸມ.
ອັດກອງປະຊຸມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ອາຊຽນ ຄັ້ງທີ 19 ຢູ່ ລາວ - ảnh 1 ອັດກອງປະຊຸມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ອາຊຽນ ຄັ້ງທີ 19 ຢູ່ ລາວ

        ທີ່ກອງປະຊຸມຖະແຫຼງຂ່າວ, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປຊະນີໂທລະຄົມມະນາຄົມ ໃຫ້ຮູ້ວ່າ: ດ້ວຍຫົວຂໍ້ “ສ້າງການເຊື່ອມຈອດທີ່ທັນສະໄໝ ເພື່ອການຫັນເປັນດີຈີຕອນຂອງ ອາຊຽນ” ກອງປະຊຸມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານບັນດາປະເທດ ອາຊຽນ ຄັ້ງທີ 19 ໄດ້ເຫັນດີເປັນເອກະພາບ ແລະ ຮັບຮອງເອົາບັນດາບັນຫາສຳຄັນຄື: ປ່ຽນຊື່ກອງປະຊຸມລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານບັນດາປະເທດ ອາຊຽນ ມາເປັນກອງປະຊຸມລັດຖະມົນຕີດີຈີຕອນບັນດາປະເທດ ອາຊຽນ (ເອີ້ນຫຍໍ້ແມ່ນ ADGMIN) ແລະ ປ່ຽນຊື່ກອງປະຊຸມເຈົ້າໜ້າທີ່ອາວຸໂສຖະແຫຼງຂ່າວ ແລະ ສື່ສານບັນດາປະເທດ ອາຊຽນ ມາເປັນກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈີຕອນບັນດາປະເທດ ອາຊຽນ (ເອີ້ນຫຍໍ້ແມ່ນ ADGSSOM); ກອງປະຊຸມກໍ່ເຫັນດີເປັນເອກະພາບຮັບຮອງເອົາ ຂອບເຂດເອກະສານຂອງລັດຖະມົນຕີດີຈີຕອນ (TOR of ADGMIN); ເຫັນດີເປັນເອກະສັນເພີ່ມທະວີການຮ່ວມມື ເພື່ອຈັດຕັ້ງປະຕິບັດແຜນການສັງລວມປີ 2020 ໃຫ້ດີທີ່ສຸດ ແລະ ກະກຽມໃຫ້ແຜນການສັງລວມປີ 2025, ນຳ ອາຊຽນ ພັດທະນາຕາມທິດຍຸດທະສາດເສດຖະກິດສັງຄົມດີຈີຕອນ, ຮັບປະກັບຄວາມປອດໄພ, ຄວາມໝັ້ນຄົງຂອງປະຊາຄົມ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ