ອັດກອງປະຊຸມສຸດຍອດ Rio+20

ອັດກອງປະຊຸມສຸດຍອດ Rio+20 - ảnh 1
ກອງ​ປະຊຸມ​ສຸດ​ຍອດRio+20ໄດ້​ອັດ​ລົງ​ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 3 ວັນ
(ພາບ: ອີນເຕີເນັດ)

(vovworld) – ວັນ​ທີ 22/6, ກອງ​ປະຊຸມ​ສຸດ​ຍອດສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ (Rio+20) ​ເຊິ່ງຈັດ​ຕັ້ງ​ຢູ່​ນະຄອນ Rio de Janeiro ​ແຫ່ງ Brazil ​ໄດ້​ອັດ​ລົງ​ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 3 ວັນ. ກອງ​ປະຊຸມ​ໄດ້​ບັນລຸ​ຂໍ້​ຕົກລົງ​ສຳຄັນ​ຈຳນວນ​ໜຶ່ງ, ພິ​ເສດ​ແມ່ນ​ເລື່ອງ​ບັນດາ​ການ​ນຳ​ໂລກ​ໄດ້​ໝັ້ນ​ໝາຍ​ສະຫງວນ​ເງິນ​ປະມານ 513 ຕື້ USD ​ເພື່ອ​ຊຸກຍູ້​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ທົ່ວ​ໂລກ. ບັນດາ​ການ​ນຳ​ໂລກ​ກໍ່​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ເອກະສານ​ການ​ເມືອງ​ສະບັບ​ສຸດ​ທ້າຍ​ທີ່​ມີ​ຫົວ​ຂໍ້​ວ່າ “​ເພື່ອ​ອະນາຄົດ​ທີ່​ພວກ​ເຮົາ​ປາຖະໜາ”. ​ເອກະສານ​ສຸດ​ທ້າຍ​ຂອງ Rio+20 ກໍ່​ໄດ້​ສຸມ​ໃສ່​ປັບປຸງ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ, ຮັບຮອງ​ຄວາມ​ສຳຄັນ​ຂອງ​ຄຳ​ໝັ້ນ​ສັນຍາ​ສະໝັກ​ໃຈ ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ​ເນັ້ນ​ໜັກ​ເຖິງ​ຄວາມ​ຕ້ອງການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ​ພົນລະ​ເຮືອນ ​ແລະ ການ​ເຊື່ອມ​ໂຍງ​ດ້ານ​ວິທະຍາສາດ​ເຂົ້າ​ໃນ​ນະ​ໂຍບາຍ.

 

ຂ່າວ/ບົດ​ອື່ນ