ອັດກອງປະຊຸມສຸດຍອດ ຂະບວນການບໍ່ຮ່ວມກຸ່ມ ຄັ້ງທີ່ 16

ອັດກອງປະຊຸມສຸດຍອດ ຂະບວນການບໍ່ຮ່ວມກຸ່ມ ຄັ້ງທີ່ 16 - ảnh 1
  ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ່ 16 ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ​(ພາບ: AP)


Vovworld- ຕອນ​ຄ່ຳ​ວັນ​ທີ 31/8 ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ່ 16 ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ​ໄດ້​ອັດ​ລົງ​ຢູ່ ​ເຕ​ເຮຣານ ປະ​ເທດ ອີຣານ. ກອງ​ປະຊຸມໄດ້ເຫັນດີເປັນ ເອກະສັນຮັບຮອງ​ເອ​ົາ​ເອກະ​ສານ​ສຸດ​ທ້າຍ​ທີ່​ສ່ອງ​ແສງທັດສະນະ ​ແລະ ບັນດາ​ການ​ກຳນົດ​ທິດ​ໃຫຍ່​ຂອງ ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ​ໃນ​ຂົງ​ເຂດ​ຄວາມ​ໝັ້ນຄົງ, ການ​ເມືອງ, ​ເສດຖະກິດ, ສັງຄົມ, ສິດທິ​ມະນຸດ, ບັນດາ​ບັນຫາ​ພາກ​ພື້ນ ​ແລ​ະ ສາກົນ. ​ເມື​ອ່​ເຕື້ອງ​ເຖິງ​ສະພາບ​ການ​ຢູ່​ອາ​ຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ເອກະສານ​ໄດ້​ຢືນ​ຢືນ​ຄືນ​ດ້ານ​ຫຼັກ​ໝັ້ນ​ຂອງ ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ພິພາດ​ອະທິປະ​ໄຕ ​ແລະ ອານາ​ເຂດຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ, ສະໜັບສະໜູນ​ບັນດາຫຼັກການ​ໃນ​ຖະ​ແຫຼ​ງການປີ 1992 ຂອງ​ອາ​ຊຽນກ່ຽວ​ກັບ ທະ​ເລ​ຕາ​ເວັນ​ອອກ ​ແລະ ຖະ​ແຫຼ​ງການປີ 2002 ກ່ຽວ​ກັບ​ວິທີ​ການ​ປະພຶດ​ຢູ່ ທະ​ເລ​ຕາ​ເວັນ​ອອກ DOC , ກໍ​ຄື​ສົນທິສັນຍາ ສ.ປ.ຊ ກ່ຽວ​ກັບກົດໝາຍ​ທະ​ເລ​ປີ 1982, ຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມ​ຂອງຂອງ​ຝ່າຍ​ຕ່າງໆ​ແນ​ໃສ່​ປະຕິບັດ ຖະ​ແຫຼ​ງການກ່ຽວ​ກັບ​ວິທີ​ການ​ປະພຶດ​ຢູ່ ທະ​ເລ​ຕາ​ເວັນ​ອອກ DOC ຢ່າງ​ມີ​ປະສິດ​ຕິ​ຜົນ ຄື​ດັ່ງ​ບາດກ້າວ​ທີ່​ສຳຄັນ​ເພື່ອ​ກ້າວ​ໄປ​ເຖິງ​ຂໍ້​ກຳນົດ​ການ​ປະພຶດ​ຢູ່ ທະ​ເລ​ຕາ​ເວັນ​ອອກ COC .

     ກ່າວ​ຄຳ​ເຫັນ​ທີ່ ກອງ​ປະຊຸມຂະ​ບວນການ​ບໍ່​ຮ່ວມ​ກຸ່ມ, ທ່ານລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ຫວຽດນາມ Pham Binh Minh ​ໄດ້​ຢືນຢັນ​ວ່າ ຫວຽດນາມ​ໃຫ້​ຄຳ​ໝັ້ນ​ໝາຍ​ຢ່າງ​ແຂງ​ແຮງ​ຕໍ່​ການ​ແກ້​ໄຂ​ການ​ພິພາດ​ອະທິປະ​ໄຕ ​ແລະ ອານາ​ໂດຍ​ສັນຕິ​ວິທີ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນມີ ສົນທິສັນຍາ ສ.ປ.ຊ ກ່ຽວ​ກັບກົດໝາຍ​ທະ​ເລ. ຫວຽດນາມ​ຊົມ​ເຊີຍ​ບັນດາ​ທັດສະນະ​ຂອງ ຂະ​ບວນການ​ບໍ່​ຮ່ວມ​ກຸ່ມກ່ຽວ​ກັບ​ບັນ​ຫາ​ນີ້​ໃນ​ເອກະສານ​ສຸດ​ທ້າ​ຍ.

 

ຂ່າວ/ບົດ​ອື່ນ