ອັດກອງປະຊຸມສຸດຍອດ ຈີ 8

ອັດກອງປະຊຸມສຸດຍອດ ຈີ 8 - ảnh 1
ທ່ານປະທານາທິບໍດີ ອາເມລິກາ ແລະ ປະທານາທິບໍດີ ລັດເຊຍ ທີ່ກອງປະຊຸມ ຈີ 8
(ພາບ: ATPN )

(vovworld) – ພາຍຫຼັງ​ດຳ​ເນີນ​ກອງ​ປະຊຸມ​ຢູ່ ອາຍ​ແລນ​ເໜືອ (ລາຊະ​ອານາຈັກ ອັງກິດ ), ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ພັດທະນາ​ອັນ​ດັບ​ໜຶ່ງ​ຂອງ​ໂລກ (G8) ​​ໄດ້​ສິ້ນ​ສຸດ​ລົງ​ໃນ​ຕອນ​ບ່າຍ​ວັນທີ 18/6, ດ້ວຍ​ເລື່ອງ​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ໝາກຜົນ​ບັນລຸ​ໄດ້​ທີ່​ກອງ​ປະຊຸມ​ຄັ້ງ​ນີ້​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ບັນຫາ​ຄື​ສະພາບ​ການ​ຢູ່ ຊີຣີ, ບັ້ນ​ຮົບ​ຕ້ານ​ການ​ໜີ​ພາສີ ​ແລະ ການສໍ້​ກົງພາສີ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຖືກ​ຈັດຂຶ້ນພາຍຫຼັງ​ກອງ​ປະຊຸມ, ທ່ານ​ນາ​ຍົກ​ລັດຖະມົນຕີ​ປະ​ເທດ​​ເຈົ້າພາບ David Cameron ​ໃຫ້​ຮູ້​ວ່າ: ບັນດາ​ການ​ນຳ G8 ລ້ວນ​ແຕ່​ສະໜັບສະໜູນ​ເລື່ອງ​ຈັດ​ຕັ້ງ ກອງ​ປະຊຸມ​​ໂດຍ​ສັນຕິ​ວິທີກ່ຽວ​ກັບ​ຊີຣີ ຢູ່​ເຊີ​ແນວ ປະ​ເທດ ສະ​ວິດ “ຍິ່ງ​ໄວ​ຍິ່ງ​ດີ”. ບັນ​ດາ​ການ​ນຳ G8 ຍອມຮັບ​ວ່າ ​ເຂົາ​ເຈົ້າ​ລ້ວນ​ແຕ່​ມີ​ຜົນ​ປະ​ໂຫຍ​ດ​ເປັນຕາ​ຍ​ໃນ​ການ​ຢຸດຕິ​ການ​ປະ​ທະ​ກັນ​​ໃນປະຈຸ​ບັນ​ຢູ່ ຊີຣີ ​ແລະ ຊ່ວຍ​ປະຊາຊົນ​ປະ​ເທດ​ນີ້​ບັນລຸ​ໄດ້​ບັນດາ​ການ​ປ່ຽນ​​ແປງ​ເຊິ່ງ​ເຂົາ​ເຈົ້າ​ມຸ້ງ​ຫວັງ. ບັນດາ​ການ​ນຳ G8 ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ອຸປະຖຳ​ຈຳນວນ​ເງິນ​ເກືອ​ບ 1,5 ຕື້ USD ​ໃຫ້​ແກ່​ບັນດາ​ກາ​ນ​ເຄື່ອນ​ໄຫວ​ມະນຸດ​ສະ​ທຳ ຢູ່ ຊີຣີ.

ຂ່າວ/ບົດ​ອື່ນ