ອັດກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 37

(VOVWORLD) - ຕອນບ່າຍ ວັນທີ 15 ພະຈິກໄດ້ດຳເນີນ ພິທີອັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ແລະ ມອບໂອນບົດບາດປະທານ ອາຊຽນ ໃຫ້ແກ່ ບຣູໄນ ແລະ ດຳເນີນກອງປະຊຸມຂ່າວສາກົນ
ອັດກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 37 - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ມອບໂອນບົດບາດປະທານ ອາຊຽນ ໃຫ້ແກ່ ບຣູໄນ 

ກ່າວຄຳເຫັນທີ່ພິທີອັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ຢືນຢັນວ່າ ກອງປະຊຸມໄດ້ປະສົບຜົນສຳເລັດຢ່າງຈົບງາມ ອັນໄດ້ປິດປີປະທານອາຊຽນ 2020 ດ້ວຍບັນດາຄວາມທົດສອບຫຼາຍປະການ. ບັນດາການນຳ ອາຊຽນ ໄດ້ແລກປ່ຽນບັນດາມາດຕະການ ຍົກອອກບັນດາການກຳນົດທິດໃຫຍ່ໃຫ້ແກ່ປະຊາຄົມອາຊຽນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ :

   “ປີ 2020 ແມ່ນປີທີ່ເຕັມໄປດ້ວຍຄວາມທົດສອບໃນສະພາວະ ໂລກລະບາດ  Covid – 19 ພວມຄຸກຄາມ.   ພາຍຫຼັງ 5 ທົດສະວັດແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວ, ອາຊຽນສືບຕໍ່ຢັ້ງຢືນກຳລັງແຮງແຫ່ງນ້ຳໃຈສາມັກຄີ, ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມສາມາດປັບຕົວໃຫ້ແທດເໝາະຕໍ່ບັນດາສິ່ງທ້າທາຍ. ພວກເຮົາໄດ້ເຫັນດີນຳກັນ ຕໍ່ບັນດາເນື້ອໃນທີ່ສຳຄັນດ ສ້າງກຳລັງໜູນໃໝ່ໃຫ້ສາຍພົວພັນ ອາຊຽນກັບບັນດາຄູ່ຮ່ວມມື; ຢັ້ງຢືນຄຳໝັ້ນສັນຍາຮ່ວມມືຫຼາຍຝ່າຍ; ຮ່ວມສຳພັນຫັນເສດຖະກິດເປັນເສລີ, ແບ່ງປັນບັນດາບັນຫາພາກພື້ນ ແລະ ສາກົນທີ່ພວມເກີດຂຶ້ນ. ພວກເຮົາເຫັນດີຕໍ່ບົດບາດເປັນໃຈກາງຂອງອາຊຽນ ຄວນສືບຕໍ່ຮັກສາ ແລະ ເສີມຂະຫຍາຍ, ຊຸກຍູ້ການເຈລະຈາ, ຮ່ວມມືສະກັດກັ້ນການປະທະກັນດ ສ້າງຄວາມເຊື້ອໝັ້ນ ແລະ ເສີມສ້າງໂຄງສ້າງພາກພື້ນເປີດກ້ວາງ, ໂປ່ງໃສ, ກວມລວມ ແລະ ອີງໃສ່ກົດໝາຍ.

  ກ່ອນໜ້ານັ້ນ, ໃນວັນດຽວກັນ, ທີ່ກອງປະຊຸມສຸດຍອດ ອາຊຽນ - ສປຊ ຄັ້ງທີ 11, ບັນດາການນຳ ໄດ້ເນັ້ນໜັກເຖິງຄວາມຕ້ອງການໃນການຮ່ວມມືເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພທຳມະຊາດ; ຕ້ານອາດຊະຍາກຳຂ້າມຊາດ, ການກໍ່ການຮ້າຍ, ການພັດທະນາແບບຍືນຍົງ, ຕ້ານນ້ຳທະເລຍື່ງຂຶ້ນສູງ, ພົນລະພິດສິ່ງແວດລ້ອມ ແລະ ຈຳກັດສິ່ງເສດເຫຼືອຢາງພະລາດສະຕິກ; ຊຸກຍູ້ການຮ່ວມມື ລະຫວ່າງ ອາຊຽນ ກັບ UNESCO ແລະ ກອງທຶນເພື່ອເດັກ ຂອງ ສປຊ (UNICEF). ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກໍເນັ້ນໜັກເຖິງຄວາມສຳຄັນ ແລະ ບົດບາດເປັນໃຈກາງຂອງ ອາຊຽນ ໃນໂຄງສ້າງຂອງພາກພື້ນ, ຕີລາຄາສູງບັນດາຜົນງານເຊິ່ງ ອາຊຽນ ບັນລຸໄດ້ໃນການພັດທະນາເສດຖະກິດ - ສັງຄົມ, ເຖິງຢ່າງໃດກໍຕາມ, ທ່ານຖືວ່າ ຍັງມີສິ່ງທ້າທາຍຫຼາຍຢ່າງຕ້ອງໄດ້ຮັບການແກ້ໄຂ ເພື່ອບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເບື້ອງຫຼັງ. ທ່ານເລຂາທິການໃຫຍ່ ສປຊ ຢັ້ງຢືນວ່າ ສປຊ ພ້ອມແລ້ວທີ່ຈະໜູນຊ່ວຍ ອາຊຽນ ພ້ອມທັງປາດຖະໜາວ່າ ອາຊຽນ ຈະສືບຕໍ່ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ.

ກອງປະຊຸມສຸດຍອດ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແມ່ນສັນຍາການຄ້າ ລະຫວ່າງ 10 ປະເທດສະມາຊິກ ອາຊຽນ ແລະ 6 ປະເທດຄູ່ຮ່ວມມື ເຊິ່ງລວມມີ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕີລີ, ນິວຊີແລັນ ແຕ່ພາຍຫຼັງການເຈລະຈາໃນວັນທີ 4 ພະຈິກ 2019, ອິນເດຍ ໄດ້ຖອນຕົວອອກຈາກສັນຍາສະບັບດັ່ງກ່າວ. ສັນຍາ RCEP ແມ່ນເພື່ອແນໃສ່ເປົ້າໝາຍສ້າງຕັ້ງບັນດາຫຼັກການລວມ ກ່ຽວກັບການຄ້າເອເລັກໂຕນິກ, ການຄ້າ ແລະ ຊັບສິນທາງປັນຍາ.

ສັນຍາສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແມ່ນບັນດການເຄື່ອນໄຫວມີຄວາມໝາຍສຳຄັນເປັນພິເສດ ແລະ ປິດອາຍຸການປະທານ ອາຊຽນ 2020. 

ຕອບກັບ

ຂ່າວ/ບົດ​ອື່ນ