ອັດກອງປະຊຸມສຸດຍອດພະລັງງານ ປາຊີຟິກ 2012

ອັດກອງປະຊຸມສຸດຍອດພະລັງງານ ປາຊີຟິກ 2012 - ảnh 1

ອັດ​ກອງ​ປະຊຸມ​ສຸດ​ຍອດ​ພະລັງງານ ປາ​ຊີ​ຟິກ 2012

(ພາບ: dangcongsan.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 22/3, ກອງ​ປະຊຸມ​ສຸດ​ຍອດ​ພະລັງງານ ປາ​ຊີ​ຟິກ 2012 (ຫຼື PES 2012) ​ໄດ້​ສິ້ນ​ສຸດ​ລົງ​ພາຍຫລັງ​ດຳ​ເນີນ​ກອງ​ປະຊຸມມາ​ເປັນ​ເວລາ 3 ວັນ. ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ຫົວໜ້າອຳນວຍ​ການ​ສະ​ຖາ​ບັນການ​ຕ່າງປະ​ເທດ​ຫວຽດນາມ Dang Dinh Quy ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ໄດ້​ຍົກ​ອອກ​​ບັນດາ​ຂໍ້​ລິ​ເລີ່​ມ ​ແລະ ຂໍ້​ສະ​ເໜີ​ອັນ​ລ້ຳ​ຄ່າ​ໃນ​ການວາງ​ແຜນ​​ພັດທະນາ​ພະລັງງານ​ຢູ່​ຫວຽດນາມ. ​ໃນ​ນັ້ນ​ມີ​ບັນດາ​ໝວດ​ມາດ​ຕະການ​ຄື: ​ໄຈ້​ແຍກ​ຄ່າ​ໃຊ້​ຈ່າຍ​ໃນ​ຂະ​ແໜງ​ໄຟຟ້າ, ສະພາບ​ແວດ​ລ້ອມ​ການ​ແກ້ງ​ແຍ້​ງ, ນະ​ໂຍບາຍອຸດ​ໜູນ​ລາຄາ ແລະ ສົ່ງ​ເສີມ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ໃນ​ຂົງ​ເຂດ​ພະລັງງານ. ຕາມ​ທ່ານ Dang Dinh Quy ​ແລ້ວ, ພາກ​ພື້ນ​ອາຊີ - ​ປາ​ຊີ​ຟິກມີ​ຄວາມ​ສາມາດ​ບົ່ມ​ຊ້ອນຮ່ວມ​ມື​ຫຼາຍ​ຢ່າງ​ໃນ​ຂົງ​ເຂດ​ພະລັງງານ, ຫວຽດນາມ​ຈະ​ຕັ້ງໜ້າ​​ຮ່ວມ​ມື​ໃນ​ຂົງ​ເຂດ​ພາກ​ພື້ນ ​ແລະ ສາກົນ. ທ່ານ​ເວົ້າ​ວ່າ:

“ຫວຽດນາມ​ຈະ​ມານະ​ພະຍາຍາມ​ພ້ອມ​ກັບ​ພາກ​ພື້ນ ​ແລະ ປະຊາ​ຄົມ​ໂລກ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ລວມ. ​​ໂດຍແມ່ນ​ປະ​ເທດ​ໜຶ່ງ​ພວມ​ໃນ​ວິວັດ​ການ​ຍຸ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ - ທັນ​ສະ​ໄໝ, ຫວຽດນາມ​ກໍ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດເຖິງ​ແຫຼ່ງພະລັງງານ, ພິ​ເສດ​ແມ່ນ​ພື້ນຖານ​ເສດຖະກິດ​ພວມ​ຢູ່​ໃນ​ໄລຍະ​ພັດທະນາ​ແກ່ນສານ, ​ແຫຼ່ງສະໜອງ​ພະລັງງານສວມ​ບົດບາດ​ສຳຄັນ​ໃຫ້​ແກ່​ການ​ຮັກສາ​ລະດັບຈະ​ເລີ​ນ​ເຕີບ​ໂຕ”

ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຕີ​ລາຄາ​ສູງ​ວິວັດ​ທະ​ນາ​ການ​ພັດທະນາ​ພະລັງງານ​ຂອງ​ຫວຽດນາມ. ກອງ​ປະຊຸມ​ສຸດ​ຍອດ​ພະລັງງານ​ປາ​ເຊ​ຟິກ ຖືກ​ຈັດ​ຕັ້ງ​ຢູ່​ຫວຽດນາມ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ຖອດ​ຖອນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ​ໃນ​ລະບົບ​ພະລັງງານ​ຊ່ວຍ​ບັນດາ​ຝ່າຍ​ມີ​ຄວາມ​ເຂົ້າ​ໃຈ​ກ່ວາ​ໃນ​ຂົງ​ເຂດ​ນີ້.

 

ຂ່າວ/ບົດ​ອື່ນ