ອັດກອງປະຊຸມສະພາ ບໍລິຫານລວມສະຫະ ພັນຊາວໜຸ່ມປະຊາ ທິປະໄຕໂລກ


ອັດກອງປະຊຸມສະພາ ບໍລິຫານລວມສະຫະ ພັນຊາວໜຸ່ມປະຊາ ທິປະໄຕໂລກ - ảnh 1

ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ

(ພາບ: doctin360.net)

(vovworld)- ວັນ​ທີ 31/5, ສະພາ​ບໍລິຫານ​ລວມສະຫະພັນ​ຊາວ​ໜຸ່ມປະຊາທິປະ​ໄຕ​ໂລກ (WFDY) ​ໄດ້​ອັດ​ລົງ​ພາຍຫຼັງ​ດຳ​ເນີນ​ການ​ເຄື່ອນ​ໄຫວຢູ່​ຫວຽດນາມ ​ເປັນ​ເວລາ 5 ວັນ. ​ໃນ​​ເວລາ​ດຳ​ເນີນກອງ​ປະຊຸມ, ຜູ້​ແທນ 60 ຄົນ​ມາ​ຈາກ 20 ປະ​ເທດ ​ແລະ 30 ອົງການ​ຊາວ​ໜຸ່ມ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບົດ​ລາຍ​ງານ​ການ​ເມືອງ, ລາຍ​ງານ​ກ່ຽວ​ກັບ​ໝາກຜົນ Festival ຊາວ​ໜຸ່ມ​ນັກ​ສຶກສາຄັ້ງທີ 18 ກ່ຽວ​ກັບ​ບັນດາ​ບັນຫາ​ຕົ້ນຕໍ່​ຂອງ​ບັນດາ​ອົງການ​ຈັດຕັ້ງສະມາຊິກ​ໃນ​ປະຈຸ​ບັນ, ບັນດ​າການ​ເຄື່ອນ​ໄຫວ​ໃນ​ໄລຍະ​ຈະ​ມາ​ເຖິງ​ຂອງ​ສະຫະພັນ, ຮັບຮອງ​ເອົາ​ມະຕິ​ການ​ເມືອງ​ກອງ​ປະຊຸມ ​ແລະ ບັນຫາ​ການ​ເງິ​ນຂອງ​ສະຫະພັນ. ​ມະຕິ​ການ​ເມືອງ​ກອງ​ປະຊຸມ ​ໄດ້​ຢືນຢັນ​ຄືນ​ໃໝ່​ທີ່​ຕັ້ງຂອງ​ສະຫະພັນຊາວ​ໜຸ່ມປະຊາທິປະ​ໄຕ​ໂລກ ​ໃນ​ການ​ຕໍ່ສູ້​ຕ້ານ​ລັດທິ​ຈັກກະ​ພັດ, ຕໍ່ສູ້ຕ້ານ​​ສົງຄາມ​ຄັ້ງຕ່າງໆ, ບັນດາ​ມາດ​ຕະການ​ເສດຖະກິດ ​ແລະ ການ​ແຊກ​ແຊງຂອງ​ລັດທິ​ຈັກກະພັດ​ເພື່ອ​ຮັກສາ​ການ​ຄວບ​ຄຸມ​ຂອງ​ມັນ.

  ກອງ​ປະຊຸມສະພາ​ບໍລິຫານ​ລວມສະຫະພັນ​ຊາວ​ໜຸ່ມປະຊາທິປະ​ໄຕ​ໂລກ ຈັດ​ຂຶ້ນ​ຢູ່​ຫວຽດນາມ ສະ​ແດງ​ໃຫ້​ເຫັນ​ການ​ປະກອບສ່ວນອັນຕັ້ງໜ້າ​ຂອງ​ຫວຽດນາມ ​ເຂົ້າ​ໃນ​ຂະ​ບວນການ ຊາວ​ໜຸ່ມປະຊາທິປະ​ໄຕ​ໂລກ ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ວາງ​​ໃຈ​ຊື່​ງການ​ນຳ​ສະຫະພັນ​ກໍ່​ຄື​ບັນດາ​ອົງການ​ຈັດຕັ້ງສະມາຊິກ​ສະຫງວນ​ໃຫ້​ແກ່​ຫວຽດນາມ./.

ຂ່າວ/ບົດ​ອື່ນ