ອັດກອງປະຊຸມສະໄໝສາມັນຄັ້ງທີ 2 ສະພາແຫ່ງຊາດຊຸດທີ14


(vovworld) – ວາ​ລະ​ອັດ​ກອງ​ປະ​ຊຸມ ສະ​ໄໝ​ສາ​ມັນ​ຄັ້ງທີ 2 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ໄດ້​ດຳ​ເນີນ​ຢ່າງ​ສົມ​ກຽດ​ໃນ​ຕອນ​ເຊົ້າ​ວັນ​ທີ 23/11, ພາຍຫຼັງ​ເຮັດ​ວຽກ​ຢ່າງ​ຮີບ​ດ່ວນ​, ເຂັ້ມ​ງວດ ເປັນ​ເວ​ລາ​ກ່​ວາ 1 ເດືອນ. ກ່າວ​ຄຳ​ເຫັນ​ອັດ​ກອງ​ປະ​ຊຸມ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​​ສັງ​ລວມ​ບັນ​ດາ​ໝາກ​ຜົນ​ສຳ​ຄັນ​ຂອງກອງ​ປະ​ຊຸມ.

ອັດກອງປະຊຸມສະໄໝສາມັນຄັ້ງທີ 2 ສະພາແຫ່ງຊາດຊຸດທີ14 - ảnh 1
ກອງ​ປະ​ຊຸມ ສະ​ໄໝ​ສາ​ມັນ​ຄັ້ງທີ 2 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 

ຕາມນັ້ນ​ແລ້ວ, ສະ​ພາ​ແຫ່ງ​ຊາດ​ໄດ້​ພິ​ຈາ​ລະ​ນາ, ຕີ​ລາ​ຄາ​ໝາກ​ຜົນ​​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ງົບ​ປະ​ມານ​ແຫ່ງ​ລັດ​ປີ 2016, ໝາກ​ຜົນ​ແຫ່ງ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ໄລ​ຍະ 2011 – 2015 ຄືນໃໝ່ ແລະ ເຫັນ​ດີ​ເປັນ​ເອ​ກະ​ພາບ​​ໃຫ້​ສັງ​ເກດ​ວ່າ​ທົ່ວ​ພັກ, ທົ່ວ​ກອງ​ທັບ, ທົ່ວ​ປວງ​ຊົນ, ບັນ​ດາ​ຂະ​ແໜງ​ການ, ຂັ້ນ​ຕ່າງໆ​ໄດ້​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ ແລະ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ​ໃນ​ການ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ບັ​ນ​ດາ​ແຜນ​ການ​ທີ່​ໄດ້​ວາງ​ອອກ:

        “ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ໄດ້​ຕັ້ງ​ໜ້າ​ປຶ​ກ​ສາ​ຫາ​ລື, ຊີ້​ອອກ​ບັນ​ດາ​ຂໍ້​ຈຳ​ກັດ, ສິ່ງ​​ຄ້າງ​ຄາ​ຂອງ​ປະ​ເທດ​ຊາດ​ຢ່າງ​ກົງ​ໄປ​ກົງ​ມາ ແລະ ສະ​ເໜີຫຼາຍ​ມາດ​ຕະ​​ການ​ແທ​ດ​ຈິງ ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ, ບັນ​ດາ​ຂະ​ແໜງ​ການ, ທຸກ​ຂັ້ນ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ກ່​ວາ​ອີກ​ເພື່ອ​ແກ້​ໄຂ​ສິ່ງ​ທີ່ຍັງ​ຄົງ​ຄ້າງ, ​ຂໍ້​ຈຳ​ກັດເພື່ອ​ແນ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ປັບ​ປຸງ​ຊີ​ວິ​ດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ຮັກ​ສາ​ຄວາມ​​ໝັ້ນ​ຄົງ​ດ້ານ​ການ​ເມືອງ​ໃນ​ປີ 2017 ແລະ ໃນ​ຊຸມ​ປີ​ຕໍ່​ໄປ. ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ດ້ວຍ​ການ​ພິ​ຈາ​ລະ​ນາ​ຢ່າງລະ​ມັດ​ລະ​ວັງ, ຄິດ​ໄລ່​ຊັ່ງ​ຊາ​ຢ່າງ​ເຖິງ​ຖອງ, ສະ​ພາ​ແຫ່ງ​ຊາດ​ໄດ້​ຕົກ​ລົງ​ຢຸດ​​ຕິ​ການ​ປະ​ຕິ​ບັດໂຄງ​ການກໍ່​ສ້າງ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ ນີງ​ທ້ວນ”

        ໃນ​ການ​ສ້າງ​ກົດ​ໝາຍ, ສະ​ພາ​ແຫ່ງ​ຊາດ​ໄດ້​ສະ​ຫງວນ​ເວ​ລາ​ສ່ວນຫຼາຍ​ເພື່ອ​ພິ​ຈ​າ​ລະ​ນາ, ຮັບ​ຮອງ​ເອົາກົດ​ໝາຍ 3 ສະ​ບັບ, ມະ​ຕິ 11 ສະ​ບ​ັບ ແລະ ປະ​ກອບ​ຄຳ​ເຫັນ​​ໃສ່​ຮ່າງ​ກົດ​ໝາຍ​ອື່ນ 14 ສະ​ບັບ, ​ປະ​ກອບ​ສ່ວນ​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ, ສິດ ແລະ ພັນ​ທະ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງປັບ​ປຸງ​ກົນ​ໄກ​ເສດ​ຖະ​ກິດ​ການ​ຕະຫຼາດໃຫ້​ສົມ​ບູນ​ແບບ, ປັບ​ປຸງ​ສະ​ພາບ​​ແວ​ດ​ລ້ອມ​ແຫ່ງການ​ດຳ​ເນີນ​ທຸ​ລະ​ກິດ, ຊຸກ​ຍູ້​ການ​ຫັ​ນປະ​ເທດ​​ຊາດເປັນ​​​ປະ​ເທດອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ.

        ໄປ​ຄຽງ​ຄູ່​ກັບ​ການ​ເຄື່ອນ​ໄຫວ​ຕ່າງໆ​​ຂອງ​ກອງ​ປະ​ຊຸມ, ສະ​ພາ​ແຫ່ງ​ຊາດ​ຍັງ​ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ບາງ​ຢ່າງ​​ໃນຕົ້​ນ​ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ທີ່ມີ​ຄວາມ​ໝາຍ​ສຳ​ຄັນ​ຄື: ​ສະ​ເໜີ​ຕົວ​ກຸ່ມ ສ​ສ​ຊ ຍິງ ຫວຽດ​ນາມ, ກຸ່ມ ສ​ສ​ຊ ໜຸ່ມ, ກຸ່ມ ສ​ສ​ຊ ມິດ​ຕະ​ພາບກັບ​ບັນ​ດາ​ປະ​ເທດ ແລະ ​ການ​ເຄື່ອນ​ໄຫວພົວ​ພັນ​ຕ່າງ​ປະ​ເທ​ດ​ສຳ​ຄັນ​ອື່ນໆ​ອີກ. ບັນ​ດາ​ການ​ເຄື່ອນ​ໄຫວນີ້​ຈະ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນຫຼາຍ​ຂົງ​ເຂດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ເມື່ອ​ເຕື້ອງ​ເຖິງ​ໜ້າ​ທີ່​ພາ​ຍຫຼັງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ຊີ້​ແຈ້ງວ່າ:

        “ສະ​ເໜີ​ໃຫ້​ບັນ​ດາ ສ​ສ​ຊ ສືບ​ຕໍ່​ຈິດ​ໃຈ​ “ປ່ຽນ​ໃໝ່, ສາ​ມັກ​ຄີ, ປະ​ດິດ​ສ້າງ, ມີ​ການກະ​ທຳ”, ລາຍ​ງານ​ໝາກ​ຜົນ​ຂອງກອງ​ປະ​ຊຸມ ​ຕໍ່ບັນ​ດາ​ຜູ້​ມີ​ສ​ິດ​ເລືອກ​ຕັ້ງ​​ຢ່າງ​ທັນ​ການ, ຕັ້ງ​ໜ້າ ເປັນ​ເຈົ້າ​ການ​​ໃນ​ວຽກ​ງານ​ສ້າງ​ກົດ​ໝາຍ, ຕິດ​ຕາມກວດ​ກາກ່​ວາ​ອີກ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນ​ຢ່າງ​ດີ, ຮັບ​ຟັງ​​ແນວ​ຄິດ​ຈິດ​ໃຈຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ ຜູ້​ມີ​ສ​ິດ​ເລືອກ​ຕັ້ງ​ ແລະ ປະ​ຊາ​ຊົນ, ຄົ້ນ​ຄ້​ວາ, ຊອ​ກ​ຮູ້, ກຳ​ແໜ້ນ​ສະ​ພາບ​ການ​ຊີ​ວິດ​ສັງ​ຄົມ​ເພື່ອ​ສ່ອງ​ແສງ, ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊ​າດ, ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຢ່າງ​ທັນ​ການ”


ຂ່າວ/ບົດ​ອື່ນ