ອັດກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 13

ອັດກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 - ảnh 1
( ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung )

(vovworld) - ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 1 ​ເດືອນ ຢ່າງ​ຮີບ​ດ່ວນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ, ສຸດ​ຈິດ​ສຸດ​ໃຈ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ), ການ​ກະກຽ​ມ ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ​ເຂັ້ມ​ງວດ​ຂອງ​ລັດຖະບານ ​ແລະ ບັນດາ​ອົງການ, ອົງ​ການ​ທີ່​ກ່ຽວຂ້ອງ, ການ​ເອົາ​ໃຈ​ໃສ່​ຕິດ​ຕາມ​ ​ແລະ ​ແບ່ງປັນ​ຂອງ​​ປະຊາຊົນ, ຜູ້​ມີ​ສິ​ດ​ເລືອກຕັ້ງ​ໃນ​ທົ່ວ​ປະ​ເທດ, ຕອນ​ບ່າຍ​ວັນ​ທີ 21/6, ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ໄດ້​ອັດ​ລົງ​ດ້ວຍ​ຜົນສຳ​ເລັດຢ່າງ​ຈົບງາມ.

ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ ​ໄດ້​ປຶກສາ​ຫາລື, ຮັບຮອງ​ເອົາ 13 ກົດໝາຍ ​ແລະ ມະຕິ ກ່ຽວ​ກັບ​ໂຄງການ​ສ້າງ​ກົດໝາຍ, ລັດຖະດຳລັດ ປີ 2013, ປັບປຸງ​ໂຄງການ​ສ້າງ​ກົດໝາຍ, ລັດຖະດຳລັດ ປີ 2012 ​ແລະ ອະ​ຍຸ​ການ​ຊຸດ​ທີ 13. ສະພາ​ແຫ່ງ​ຊາດ​ກໍ​ໄດ້​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ 6 ຮ່າງ​ກົດໝາ​ຍອື່ນໆ ​ແລະ ມອບ​ໃຫ້​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊີ້​ນຳບັນດາ​ອົງການ, ອົງການ​ຈັດ​ຕັ້ງທີ່​ກ່ຽວຂ້ອງ​ສືບ​ຕໍ່​ຄົ້ນ​ຄ້ວາ ​ແລະ ຮັບ​ເອົາ​ຄຳ​ເຫັນ​ຂອງ​ບັນດາ ສສຊ, ສ້າງ​ສຳ​ເລັດ​ບັນດາ​ຮ່າງ​ກົດໝາຍ ຍືນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ໃນ​ກອງ​ປະຊຸມ​ຄັ້ງ​ຕໍ່​ໄປ. ກ່າວ​ຄ​ຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ຊີ້​ແຈງ​ວ່າ:
“​ໃນ​ສະພາບ​ການ​ປະ​ເທດ​ຊາດ ​ແລະ ​ໂລກ ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ຄວນ​ສ້າງ​ສຳ​ເລັດ ​ແລະ ຈັດ​ຕັ້ງ​ປະຕິບັດ​ບັນດາ​ແຜນ​ຮ່າງ​ສັງ​ລວມສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ ຄືນ​ໃໝ່​ຢ່າງ​ມີ​ປະສິດ​ທິຜົນ​ໂດ​ຍ​ໄວ. ສ້າງ​ສຳ​ເລັດ​ກົນ​ໄກ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ຂົງ​ເຂດ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົ​​ດ. ​ນັບແຕ່​ນີ້​ຮອດ​ວັນ​ທີ 31/12/2012, ສຸມ​​ໃສ່​ແກ້​ໄຂ​ບັນດາ​ກໍລະນີຮ້ອງຟ້ອງ, ກ່າວ​ຟ້ອງ ກ່ຽວ​ກັບ​ທີ່​ດິນ​, ສັບສົນ, ​ແກ່​ຍາວ, ທີ່​ໄດ້​ຮັບ​ຄວາມ​ເອົາ​​ໃຈ​ໃສ່ຈາກ​ຫາງ​ສຽງ. ສ້າງ​ສຳ​ເລັດ​ນະ​ໂຍບາຍ, ກົດໝາຍວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ, ສືບ​ຕໍ່​ປັບປຸງ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ປະຊາຊົນ, ຂະ​ບວນການ​ທ່ົວ​ປວງ​ຊົນ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ, ​ໄພ​ສັງຄົ​ມ, ອຸ​ບັດ​ຕິ​ເຫດ, ສ້າງ​ຄວາມ​ຫັນ​ປ່ຽນ​ຢ່າງ​ຕັ້ງໜ້າ, ຮັບປະກັນ​ສະພາບ​ແວດ​ລ້ອມ​ມີ​ຄວາມສະຫງົບ​​ໃຫ້​ແກ່​ປະຊາຊົນ, ​ໃຫ້​ແກ່​ການ​ພັດທະນາ​ຂອງ​ເສດຖະກິດ - ສັງຄົ​ມ”

ອັດກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 - ảnh 2
ວາລະປະຊຸມ ເມື່ອຕອນຄຳວັນທີ 21/6

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ຮຽກ​ຮ້ອງວ່າ ພາຍຫຼັງ​ກອງປະ​ຊຸມ​ຄັ້ງ​ນີ້​, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ລັດຖະບານ, ສານ​ປະຊາຊົນ​ສູງ​ສຸດ, ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ບັນດາ​ຂະ​ແໜງການ​ທຸກ​ຂັ້ນ ​ຄວນ​ສ້າງ​ໂຄງການ,​​ ແຜນການ​ຜັນ​ຂະຫຍາຍການ​ປະຕິບັດບັນດາ​ຂໍ້​ກຳນົດ​ຂອງ​ສະພາ​ແຫ່ງ​ຊາດ​​ຢ່າງ​ມີ​ ປະສິດທິ​ຜົນ​ໂດຍ​ໄວ, ສູ້​ຊົນ​ປະຕິບັດສຳ​ເລັດ​ໜ້າ​ທີ່​ປີ 2012 ​. ບັນດາ ສສຊ ລາຍ​ງານ​ໝາກຜົນ​ຂອງ​ກອງ​ປະຊຸມ, ສືບ​ຕໍ່​ປ່ຽນ​ໃໝ່​ເນື້ອ​ໃນ, ​ຮູບ​​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ຕິດຕາມກວດກາ​ການແກ້​ໄຂ​ບັນດາ​ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢ່າງ​ ແໜ້ນ​ແຟ້ນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ເນັ້ນ​ໜັກ​ວ່າ.
“ສະພາ​ແຫ່ງ​ຊາດ​ມອບ​ໃຫ້​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ສະພາ​ຊົນ​ເຜົ່າ, ບັນດາ​ກຳ​ມະ​ທິການ​ຂອງ​ສະພາ​ແຫ່ງ​ຊາດ ​ໃນ​ໄລຍະ​ລະຫວ່າງ​ສອງ​ກອງ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ ຈັດ​ຕັ້ງ​ບັນດາ​ວາລະ​ຊັກ​ຖາມ, ການອະພິປາຍ​ຂອງ​ບັນດາ​ລັດຖະມົນຕີ, ຫົວໜ້າ​ຂະ​ແໜງ ກ່ຽວ​ກັບ​ບັນດາ​ບັນຫາ​ໃຫຍ່​ພົ້ນ​ເດັ່ນ​ຂຶ້ນ​ໃນ​ການ​ຄຸ້ມ​ຄອງ​ລັດ; ສະ​ເໜີ​ໃຫ້​ບັນດາ ສສຊ ສະ​ຫງວນ​ເວລາ​ເຂົ້າ​ຮ່ວມ​ບັນດາ​ວາລະ​ຊັກ​ຖາມ​ນີ້ ​ເພື່ອ​ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ນະ​ພາບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ຮັບປະກັນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ລັດ​ໄກ້​ສິດ​ກັບ​ປະຊາຊົນ​ກວ່າ, ​ເປີດ​​ເຜີຍ​ກວ່າ, ​ໂປ່​ງ​ໄສ​ກວ່າ ​ແລະ ​ເພື່ອ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກໍ​ຄື​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວຂອງ​ບັນດາ​ອົງການ​ລັດ”.
ຂ່າວ/ບົດ​ອື່ນ