ອັດກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມຊຸດທີ 13

ອັດກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມຊຸດທີ 13 - ảnh 1
( ກອງ​ປະຊຸມສະ​ໄໝ​ສາມັນ​​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13 )

( vovworld ) -   ​ວັນ​ທີ 21/6, ກອງ​ປະຊຸມສະ​ໄໝ​ສາມັນ​​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13 ​ໄດ້​ດຳ​ເນີນ​ວາລະ​ອັດ​ກອງ​ປະຊຸມ​ພາຍຫຼັງ​ທີ່​ເຮັດ​ວຽກ​ມາ​ເປັນ​ເວລາ 1 ​ເດືອນ ຢ່າງ​ຕັ້ງໜ້າ, ຮີບ​ດວນ ​ແລະ ມີ​ປະສິດທິ​ຜົນ. ​ໃນ​ວາລະ​ອັດກອງ​ປະຊຸມ, ສະພາ​ແຫ່ງ​ຊາດ​ໄດ້​ລົງປະຊາມະຕິຮັບຮອງ​ເອົາ​ບັນດາ​ມະຕິ​ສຳຄັນ, ​ໃນ​ນັ້ນ​ມີ​ມະຕິ​ຕິດຕາມກວດກາ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ເລື່ອງ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບການ​ລົງທຶນ​ຂອງ​ລັດ​ໃຫ້​ແກ່​ຂົງ​ເຂດກະ​ສີ​ກຳ, ຊາວ​ກະ​ສີກ​ອນ ​ແລະ ຊົນນະບົດ; ມະຕິ​ກ່ຽວ​ກັບ​ແຜນ​ຮ່າງ​ສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ; ມະຕິ​ກ່ຽວ​ກັບ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ​ປີ 2013. ສະພາ​ແຫ່ງ​ຊາດ​ກໍ​ຈະ​ຮັບຮອງ​ເອົາ​ກົດໝາຍ​ສຳຄັນບາງ​ສະບັບ, ​ໃນ​ນັ້ນ​ມີ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຫວຽດນາມ, ກົດໝາຍ​ວ່າ​ດ້ວຍ​ແຫຼ່ງນ້ຳ ( ສະບັບ​ປັບປຸງ ). ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ຈະ​ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ​ໃນ​ວາລະ​ອັດ​ກອງ​ປະຊຸມ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ