ອັດກອງປະຊຸມສະໄໝສາມັນເທື່ອທີີ 6 ສະພາແຫ່ງຊາດຊຸດທີ 14

(VOVWORLD) - ຕອນເຊົ້າວັນທີ 20 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດຫວຽດນາມຊຸດທີ 14 ໄດ້ອັດກອງປະຊຸມສະໄໝສາມັນເທື່ອທີ 6. 
ອັດກອງປະຊຸມສະໄໝສາມັນເທື່ອທີີ 6 ສະພາແຫ່ງຊາດຊຸດທີ 14 - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນອັດກອງປະຊຸມ (ພາບ: TTXVN)

ກ່າວຄໍາເຫັນອັດກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ເລືອກຕັ້ງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຫງວຽນຝູຈ້ອງ ດໍາລົງຕໍາແໜ່ງເປັນປະທານປະເທດແຫ່ງ ສສ ຫວຽດນາມ; ສະພາແຫ່ງຊາດກໍໄດ້ຮັບຮອງເອົາ ກົດໝາຍ 09 ສະບັບ ແລະ ປະກອບຄໍາເຫັນກ່ຽວກັບ ຮ່າງກົດໝາຍອື່ນ 6 ສະບັບ. ພິເສດ, ສະພາແຫ່ງຊາດໄດ້ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ພ້ອມດ້ວຍບັນດາເອກະສານກ່ຽວຂ້ອງອີກດ້ວຍ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ:

        “ກອງປະຊຸມສະໄໝສາມັນເທື່ອທີ 6 ແມ່ນກອງປະຊຸມທ້າຍປິ 2018, ກໍແມ່່ນກອງປະຊຸມທີ່ມີຄວາມໝາຍສະຫຼຸບຕີລາຄາກາງສະໄໝ ສໍາລັບເລື່ອງປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ກ່ຽວກັບ ເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ. ຜ່ານການຕີລາຄາເຫັນວ່າ, ເຖິງວ່າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ ຫຼາຍຢ່າງກໍຕາມ ແຕ່ເສດຖະກິດ - ສັງຄົມປີ 2018 ແລະ 03 ປິຜ່່ານມາ ຍັງຄົງພັດທະນາຮອບດ້ານພໍສົມຄວນ, ເລື່ອງສ້າງໂຄງປະກອບເສດຖະກິດຄືນໃໝ່ ບັນລຸໝາກຜົນຕັ້ງໜ້າຫຼາຍຢ່າງ, ບັນດາຄາດໝາຍພື້ນຖານ ລ້ວນແຕ່ບັນລຸຄາດໝາຍ ແລະ ລື່ນກາຍຄາດໝາຍຄວາມຄືບໜ້າທີ່ໄດ້ວາງອອກ, GDP ມີການເຕີບໂຕຢ່າງຕັ້ງໜ້າ, ຄ່າຄອງຊີບ ແລະ ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັກສາ, ວຽກງານຍຸຕິທໍາ, ສ້າງອໍານາດການປົກຄອງ ມີການປ່ຽນແປງໃໝ່ຫຼາຍຢ່າງ, ທີ່ຕັ້ງບົດບາດຂອງຫວຽດນາມໃນພາກພື້ນ ແລະ ໃນໂລກ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ”.

        ສະພາແຫ່ງຊາດກໍຕິດຕາມກວດກາເລື່ອງປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ກ່ຽວກັບການຕິດຕາມກວດກາຕາມຫົວເລື່ອງສະເພາະ ແລະ ການຊັກຖາມນັບແຕ່ຕົ້ນອາຍຸການຕະຫຼອດຮອດກອງປະຊຸມສະໄໝສາມັນເທື່ອທີ 4. ທ່ານນາງ ຫງວຽນທິກິມເງິນ ເນັ້ນໜັກວ່າ:

        “ສະພາແຫ່ງຊາດກໍໄດ້ດໍາເນີນການລົງປະຊາມະຕິໄວ້ວາງໃຈສໍາລັບ ບຸກຄົນທີ່ດໍາລົງຕໍາແໜ່ງ ໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ. ນີ້ແມ່່ນເນື້ອໃນຕິດຕາມກວດກາມີຄວາມສໍາຄັນເປັນພິເສດ, ສະແດງໃຫ້ເຫັນລະດັບຄວາມໄວ້ວາງໃຈ, ການຮັບຮູ້ ແລະ ຕາລີຄາ ຢ່າງພາວະວິໄສ ກ່ຽວກັບບັນດາຄວາມມານາພະຍາຍາມ, ໝາກຜົນທີ່ບັນລຸໄດ້ນັບແຕ່ຕົ້ນອາຍຸການມາຮອດປັດຈຸບັນ ຂອງບັນດາບຸກຄົນທີ່ໄດ້ປ່ອນບັດໄວ້ວາງໃຈ”

ແລະກໍໃນຕອນເຊົ້າຂອງວັນດຽວກັນ, ຢູ່ສໍານັກງານສະພາແຫ່ງຊາດ,ໄດ້ດໍາເນີນການຖະແຫຼງຂ່າວ ປະກາດຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14. ນະທີ່ນີ້, ການນໍາບັນດາອົງການເຈົ້າໜ້າທີ່ຂອງສະພາແຫ່ງຊາດໄດ້ຢັ້ງຢືນວ່າ ກອງປະຊຸມໄດ້ດໍາເນີນໄປດ້ວຍດີ ແລະປະສົບຜົນສໍາເລັດຢ່່າງຈົບງາມ, ປະຕິບັດສໍາເລັດການສ້າງນິຕິບັນຍັດ ແລະ ຕັດສິນຫຼາຍບັນຫາສໍາຄັນຂອງປະເທດຊາດ...

        ກໍທີ່ການຖະແຫຼງຂ່າວ, ທ່ານ ຫງວຽນແຫ້ງຟຸກ ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14, ໄດ້ສ້າງຂີດໝາຍການປ່ຽນແປງໃໝ່ຢ່າງແຮງ ເພື່ອແນໃສ່ຍົກສູງຄຸນ ນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ. ບັນດາໝາກຜົນທີ່ກອງປະຊຸມບັນລຸໄດ້ ແມ່ນມີຄວາມໝາຍສໍາຄັນເປັນພິເສດ, ປະກອບສ່ວນສືບຕໍ່ປະຕິບັດບັນດາມະຕິຂອງພັກ, ສະພາແຫ່ງຊາດ ຢ່າງມີໄຊ, ສ້າງສາປະເທດຊາດໃຫ້ນັບມື້ນັບປ່ຽນແປງໃໝ່, ພັດທະນາຢ່າງໄວວາ, ໝັ້ນຄົງເຂັ້ມແຂງໃນທຸກດ້ານ: ເສດຖະກິດ, ການເມືອງ ແລະ ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ