ອັດກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

(VOVWORLD) - ນີ້ແມ່ນກອງປະຊຸມມີປະລິມານວຽກງານນິຕິບັນຍັດຫຼາຍທີ່ສຸດນັບແຕ່ຕົ້ນອາຍຸການມາຮອດປະຈຸບັນ.
ອັດກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV - ảnh 1 (ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ)

        ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ປິດລົງໃນຕອນເຊົ້າວັນທີ 29 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທີ່ນະຄອນຫຼວງ ຮ່າໂນ້ຍ, ພາຍຫຼັງການເຮັດວຽກເປັນເວລາເກືອບ 1 ເດືອນ. ເຂົ້າຮ່ວມພິທີອັດ, ມີທ່ານປະທານປະເທດ ຫວຽດນາມ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ, ພ້ອມກັບບັນດາສະມາຊິກສະພາແຫ່ງຊາດຊຸດທີ XV.

        ກ່າວຄຳເຫັນທີ່ວາລະອັດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເນັ້ນໜັກວ່າ, ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ບັນລຸຜົນສຳເລັດຢ່າງຈົບງາມ. ນີ້ແມ່ນກອງປະຊຸມມີປະລິມານວຽກງານນິຕິບັນຍັດຫຼາຍທີ່ສຸດນັບແຕ່ຕົ້ນອາຍຸການມາຮອດປະຈຸບັນ. ດ້ວຍອັດຕາເຫັນດີສູງ, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍ 11 ສະບັບ; ພິຈາລະນາ, ຮັບຮອງເອົາມະຕິ 21 ສະບັບ, ໃນນັ້ນ, ມີມະຕິນິຕິກຳ 3 ສະບັບ.

        “ສະພາແຫ່ງຊາດສະເໜີໃຫ້ລັດຖະບານ, ບັນດາອົງການຂອງສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ, ບັນດາອົງການ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ສຸມໃສ່ຊີ້ນຳ, ຊາບຊຶມ, ຮີບເຮັງຜັນຂະຫຍາຍກົດໝາຍ, ມະຕິທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ຫາກໍ່ຮັບຮອງເອົນຢ່າງມີປະສິດທິຜົນ ເພື່ອຕອບສະໜອງຄວາມຮຽກຮ້ອງ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດຂອງປະເທດຊາດ. ພ້ອມທັງ, ສະເໜີໃຫ້ບັນດາອົງການທີ່ມີໜ້າທີ່, ສະມາຊິກສະພາແຫ່ງຊາດ ສືບຕໍ່ຄົ້ນຄວ້າ, ເປັນເຈົ້າການ, ຮີບເຮັງກະກຽມບັນດາເນື້ອໃນທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 8 ຈະມາເຖິງ”.

        ກໍ່ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ສະຫງວນເວລາ 2 ມື້ເຄິ່ງ ເພື່ອຊັກຖາມລັດຖະມົນຕີ 3 ທ່ານ ແລະ ຫົວໜ້າກວດສອບແຫ່ງລັດ ກ່ຽວກັບ 4 ຂົງເຂດ, ຄື: ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ອຸດສາຫະກຳການຄ້າ; ວັດທະນະທຳ, ກິລາ, ທ່ອງທ່ຽວ; ກວດສອບແຫ່ງລັດ.

ຕອບກັບ

ຂ່າວ/ບົດ​ອື່ນ