ອັດກອງປະຊຸມສຳມະນາ ກ່ຽວກັບຄວາມປອດໄພ ການເດີນທະເລ ອາຊີຕາເວັນອອກສຽງໃຕ້.

ອັດກອງປະຊຸມສຳມະນາ  ກ່ຽວກັບຄວາມປອດໄພ      ການເດີນທະເລ   ອາຊີຕາເວັນອອກສຽງໃຕ້. - ảnh 1
ບັນດາຜູ້ຊ່ຽວຊານ, ນັກຮຽນຮູ້
ເຂົ້າຮ່ວມກອງປະຊຸມສຳມະນາການເດີນທະເລ
ພາບ:vnexpress

(vovworld) - ກອງ​ປະຊຸມ​ສຳ​ມະ​ນາສາ​ກົນພາຍ​ໃຕ້​ຫົວ​ຂໍ້​ວ່າ: ຄວາມ​ປອດ​ໄພ​ການ​ເດີນ​ທະເລ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້” ​ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 30/3 ຢູ່ ນະຄອນ Ho Chi Minh. ຜ່ານ​ວາລະ​ປຶກສາ​ຫາລື​​ເປັນ 8 ຄັ້ງ, ຜູ້​ແທນ 35 ທ່ານ ຊຶ່ງ​ແມ່ນ​ບັນດາ​ຜູ້​ຊ່ຽວຊານ, ນັກຮຽນ​ຮູ້​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ຖື​ວ່າ: ປະຈຸ​ບັນ ​ເຂດ​ທະ​ເລ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ລວມມີ​ເຂດ​ທະ​ເລ​ສຳຄັນ​ຫລາຍ​ແຫ່ງ ​ແລະ ມີ​ລະບົບ​ຊີວະ​ພາບ​ທະ​ເລ​ອຸດົມສົບບູນ ແລະ ກວ້າງຂວາງ ບໍ່​ພຽງ​ແຕ່​ສວມ​ບົດບາດ​ແມ່ນ​ຂົວ​ຕໍ່​ທາງ​ຄົມມະນາຄົມ​ສຳຄັນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​​ເຂດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ສິນ​ທະ​ເລ ​ແລະ​ແມ່ນ​ເຂດ​ເສດຖະກິດ​ຂອງ​ພາກ​ພື້ນ. ບັນດາ​ນັກຮຽນ​ຮູ້​ເນັ້ນ​ຫນັກ​ວ່າ: ຫນຶ່ງ​ໃນ​ບັນດາ​ປັດ​ໄຈ​ສຳຄັນ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ທະ​ເລ ​ແລະ ການ​ເດີນ​ທະ​ເລ​ໃຫ້​ປອດ​ໄພ​ແມ່ນ​ເຈດ​ຈຳນົງ​ທາງ​ດ້ານ​ການ​ເມືອງ​ຂອງ​ບັນດາ​ປະ​ເທດ​ໃນ​ການ​ປະສານ​ສົມທົບ​ນະ​ໂຍບາຍ​ ​ແລະ ການ​ປະຕິບັດ. ບັນດາ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ຄວາມ​​ປອດ​ໄພ​ການ​ເດີນ​ທະ​ເລ​ກໍ​ຄື​ການ​ຂົມ​ຂູ່​ທີ່​ມີ​ຕໍ່​ສິ່ງ​ແວດ​ລ້ອມ​ທະ​​ເລ​ປະຈຸ​ບັນ ​ແມ່ນ​ບັນດາ​ບັນຫາ​ຕ້ອງ​ມີ​ການ​ຮ່ວມ​​ແຮງ​ຮ່ວມ​ໃຈ​ຂອງ​ຫລາຍ​ອົງການ ​ແລະ ບັນດາ​ປະ​ເທດ​ຫາກ​ບໍ່​ສາມາດແກ້​ໄຂ​ພຽງ​ຝ່າຍ​ດຽວ​​ໄດ້. ກ່ຽວ​ກັບ​ຂອບ​ເຂດ​ທາງ​ດ້ານ​ກົດໝາຍ​ສຳລັບ​ຄວາມ​ໝັ້ນຄົງ ​ແລະ ຄວາມ​ປອດ​ໄພ​ສະພາບ​ແວດ​ລ້ອມ​ທະ​ເລ, ບັນດາ​ຜູ້​ແທນ​ຖື​ວ່າ: ສົນທິສັນຍາ​ກົດໝາຍ​ທະ​ເລ​ຂອງສະ​ຫະປະຊາ​ຊາດ ປີ 1982, ບັນດາ​ສົນທິສັນຍາ​ຂອງ​ອົງການ​ການ​ເດີນ​ທະ​ເລ​ສາກົນ IMO ​ແມ່ນ​ບັນດາ​ກອບ​ກົດໝາຍ​ທີ່​ສຳຄັນ, ​ໃນ​ນັ້ນ ມີ​ບັນດາ​ການ​ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ສິດ ​ແລະ ພັນທະ​ຂອງ​ບັນດາ​ປະ​ເທດ​ແຄມ​ທະ​ເລ.

 

ຕອບກັບ

ຂ່າວ/ບົດ​ອື່ນ