ອັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 13

(VOVWORLD) -ຕອນບ່າຍວັນທີ 19 ພະຈິກ, ກອງປະຊຸມສຳມະນາວິທະຍາສາດ ສາກົນ ກ່ຽວກັບທະເລຕາເວັນອອກຄັ້ງທີ 13 ດ້ວຍຫົວຂໍ້ “ເບິ່ງຄືນອະດີດຕະການ ເພື່ອອະນາຄົດທີ່ສົດໄສກ່ວາ” ໂດຍສະຖາບັນການພົວພັນຕ່າງປະເທດ (DAV) ຈັດຂຶ້ນ ໄດ້ອັດລົງຢູ່ຮ່າໂນ້ຍ.

ອັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 13 - ảnh 1ກອງປະຊຸມສຳມະນາວິທະຍາສາດ ສາກົນ ກ່ຽວກັບທະເລຕາເວັນອອກຄັ້ງທີ 13 (ພາບ:  nld.com.vn )

ກອງປະຊຸມສຳມະນາໄດ້ເນັ້ນໜັກເຖິງບົດບາດຂອງ ອາຊຽນ, ຕາມນັ້ນແລ້ວ, ອາຊຽນ ຕ້ອງສືບຕໍ່ກຳນົດທິດນະໂຍບາຍຢ່າງຈະແຈ້ງ ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈພາຍໃນກຸ່ມ ກໍ່ຄືຢັ້ງຢືນບົດບາດເປັນໃຈກາງ ໃນການແກ້ໄຂການພົວພັນກັບບັນດາປະເທດໃຫຍ່, ຄວບຄຸມວິກິດການ ແລະ ຊຸກຍູ້ການຮ່ວມມືໃນພາກພື້ນ. ບັນດານັກຮຽນຮູ້ທີ່ ເຂົ້າຮ່ວມກອງປະຊຸມສຳມະນາ ໄດ້ເນັ້ນໜັກເຖິງ ຄວາມສຳຄັນຂອງ ການສ້າງຄວາມເປັນລະບຽບຮຽບຮ້ອຍຢູ່ ທະເລຕາເວັນອອກ ອີງໃສ່ກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດວ້ຍທະເລປີ 1982.

ໃນການເຮັດວຽກ 2 ວັນນັ້ນ, ກອງປະຊຸມ ໄດ້ ປະກອບຄຳເຫັນ, ແລກປ່ຽນກ່ຽວກັບທະເລຕາເວັນອອກ ຢ່າງຮອບດ້ານ, ຫຼາຍແງ່ມູນ ແລະ ມີຄຸນນະພາບ, ສະແດງໃຫ້ເຫັນຈິດໃຈລວມ, ໄດ້ເນັ້ນໜັກເຖິງບົດບາດຂອງກົດໝາຍສາກົນ ແລະ ຂອງການເຈລະຈາລະຫວ່າງບັນດາປະເທດ ເພື່ອແກ້ໄຂຄວາມບໍ່ລົງລອຍກັນ ແລະ ເພີ່ມທະວີການຮ່ວມມືໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ