ອັດ​ກອ​ງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 12

(VOVWORLD) -  ໃນວັນທີ 16 – 17 ພະຈິກ, ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 12 ດ້ວຍຫົວຂໍ້ “ຮັກສາສັນຕິພາບ ແລະ ການຮ່ວມມືໃນສະພາບການມີການຜັນປ່ຽນຫຼາຍຢ່າງ” ໂດຍສະຖາບັນການຕ່າງປະເທດ, ກອງທຶນໜູນຊ່ວຍການຄົ້ນຄວ້າກ່ຽວກັບທະເລຕາເວັນອອກ ແລະ ສະມາຄົມທະນາຍຄວາມ ຫວຽດນາມ ຮ່ວມກັນຈັດຕັ້ງ ຖືກດຳເນີນຢູ່ ຮ່າໂນ້ຍ. ກອງປະຊຸມສໍາມະນາລວມມີ 8 ວາລະປຶກສາຫາລືກ່ຽວກັບເນື້ອໃນ  ແລະ ໜຶ່ງວາລະປຶກສາຫາລືພິເສດກ່ຽວກັບບັນຫາທະເລຕາເວັນອອກໃນສະພາບການໂລກພວມມີການຜັນປ່ຽນຫຼາຍຢ່າງ.
ອັດ​ກອ​ງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 12 - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: baophapluat.vn)

ບັນດານັກບັນລະຍາຍ ເອີຣົບ ຢັ້ງຢືນວ່າ ເລື່ອງ ອີຢູ ເອົາໃຈໃສ່ ແລະ ມີໜ້າຫຼາຍກວ່າຢູ່ ອາຊີ ເວົ້າລວມ ແລະ ທະເລຕາເວັນອອກເວົ້າສະເພາະໃນໄລຍະມໍ່ໆມານີ້  ຜ່ານການເພີ່ມທະວີການຮ່ວມມືໃນດ້ານຄວາມໝັ້ນຄົງກັບ ອາຊຽນ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ເພາະວ່າຢາກປົກປ້ອງລະບົບກົດໝາຍສາກົນ, ການຄ້າເສລີ ແລະ ຄວາມເປັນລະບຽບຮຽບຮ້ອຍ ໂດຍອີງໃສ່ລະບຽບກົດໝາຍຂອງພາກພື້ນ.

        ບັນດານັກຮຽນຮູ້ຖືວ່າ ເບິ່ງລວມແລ້ວບັນດາປະເທດ ອາຊຽນ ລ້ວນແຕ່ມີປະຕິກິລິຍາໂດຍລະງັບໃຈເພື່ອບໍ່ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກເຄັ່ງຕຶງຂຶ້ນຕື່ມ ແລະ ຢູ່ນອກເໜືອລະດັບຄວບຄຸມ, ພ້ອມທັງສຸມໃສ່ການຮັບມືກັບໂລກລະບາດໂຄວິດ - 19, ຮັກສາລະບົບສະໜອງ ແລະ ຟື້ນຟູເສດຖະກິດພາຍໃນປະເທດ. ອາຊຽນ ສືບຕໍ່ຊຸກຍູ້ລັດທິຫຼາຍຝ່າຍ ແລະ ບົດບາດເປັນໃຈກາງຂອງ ອາຊຽນ ແລະ ມານະພະບາຍາມຊຸກຍູ້ການຮ່ວມມືຢູ່ທະເລ ບົນພື້ນຖານກົດໝາຍສາກົນ, ໃນນັ້ນ UNCLOS 1982  ແມ່ນພື້ນຖານທາງນິຕິກຳໃຫ້ແກ່ບັນດາການເຄື່ອນໄຫວຢູ່ບັນດາເຂດທະເລ ແລະ ມະຫາສະໝຸດ. ນັກຮຽນຮູ້ຫຼາຍທ່ານຢັ້ງຢືນວ່າ, UNCLOS ມີຄຸນຄ່າກວມລວມ ແລະ ຮອບດ້ານ, ມີຂອບເຂດດັດປັບທຸກບັນຫາຢູ່ທະເລ.


ຕອບກັບ

ຂ່າວ/ບົດ​ອື່ນ