ອັດກອງປະຊຸມຮ່ວມມືລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ - ຝຣັ່ງ ຄັ້ງທີ 11

(VOVWORLD) -  ວັນທີ 02 ເມສາ, ທີ່ນະຄອນ Toulouse, ສ.ຝຣັ່ງ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສເສດຖະກິດ ຫວຽດນາມ - ຝຣັ່ງ ແລະ ເປັນປະທານພິທີອັດກອງປະຊຸມຮ່ວມມືລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ - ຝຣັ່ງ ຄັ້ງທີ 11.

      ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງຫົວເລື່ອງຂອງກອງປະຊຸມແມ່ນ “ບັນດາການພົວພັນຄູ່ຮ່ວມມືມຸ່ງໄປເຖິງການພັດທະນາປ່ຽນແປງໃໝ່ ແລະ ຍືນຍົງຂອງທ້ອງຖິ່ນ”, ເຊິ່ງສະແດງອອກຢ່າງຈະແຈ້ງກ່ຽວກັບຄວາມຮຽກຮ້ອງຕ້ອງການທັງເປັນສິ່ງທ້າທາຍໃຫ້ແກ່ບັນດາທ້ອງຖິ່ນ ຫວຽດນາມ ແລະ ຝຣັ່ງ ໃນສະພາບເຊື່ອມໂຍງເຂົ້າກັບສາກົນ ແລະ ໂລກາພິວັດ, ດ້ວຍຄວາມຮຽກຮ້ອງຕ້ອງການ ແລະ ສິ່ງທ້າທາຍຕໍ່ການພັດທະນາພວມວາງອອກນັບມື້ນັບສູງ ແລະ ເປັນຫລາຍຮູບຫລາຍແບບ.

ອັດກອງປະຊຸມຮ່ວມມືລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ - ຝຣັ່ງ ຄັ້ງທີ 11 - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

        ທ່ານນາງ ຫງວຽນທິກິມເງິນ ສະແດງຄວາມເຊື່ອໝັ້ນວ່າ ໃນການພົບປະພາຍຫລັງ 3 ປີຕື່ມອີກຢູ່ ຮ່າໂນ້ຍ, 2 ຝ່າຍຈະບັນລຸໄດ້ໝາກຜົນ, ຜົນງານໃໝ່ຫລາຍຢ່າງ ໃນການຮ່ວມມື ເພື່ອພ້ອມກັນແບ່ງປັນ ແລະ ປະກອບສ່ວນໜູນຊ່ວຍໃຫ້ແກ່ການພັດທະນາຂອງແຕ່ລະທ້ອງຖິ່ນ.

        ໃນຂອບເຂດກອງປະຊຸມໄດ້ດຳເນີນພິທີລົງນາມເອກະສານຮ່ວມມືບາງສະບັບ, ໃນນັ້ນ ມີບັນດາທ້ອງຖິ່ນຂອງ ຫວຽດນາມ ແລະ ຝຣັ່ງຄື: ນະຄອນ ຮ່າໂນ້ຍ - ນະຄອນ Toulouse, ແຂວງ ອຽນບ໊າຍ - ແຂວງ Val de Marne.

ຕອບກັບ

ຂ່າວ/ບົດ​ອື່ນ