ອັດກອງປະຊຸມໂຕະມົນປະທານສານບັນດາປະເທດອາຊຽນ ຄັ້ງທີ 4

ອັດກອງປະຊຸມໂຕະມົນປະທານສານບັນດາປະເທດອາຊຽນ ຄັ້ງທີ 4 - ảnh 1
ກອງ​ປະຊຸມ​ໂຕະ​ມົນ​ປະທານ​ສານ​ບັນດາ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 4
(ພາບ: TTXVN)


(vovworld) – ​ພາຍຫຼັງ​​ເຮັດ​ວຽກ​ເປັນ​ເວລາ 2 ວັນ, ຕອນ​ບ່າຍ​ວັນ​ທີ 14/12, ກອງ​ປະຊຸມ​ໂຕະມົນ​ປະທານ​ສານ​ບັນດາ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 4 ກ່ຽວ​ກັບ​ບົດບາດ​ຂອງ​ປະທານ​ສານ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ໂດຍສານ​ປະຊາຊົນ​ສູງສຸດ ​​ເປັນ​ເຈົ້າພາບ​, ສົມທົບ​ກັບ​ທະ​ນາຄາ​ນພັດທະນາ​ອາຊີ ຈັດ​ຕັ້ງ​ຢູ່​ຮ່າ​ໂນ້ຍ ​ໄດ້ອັດ​ລົງ. ກອງ​ປະຊຸມ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ການຮ່ວມ​ມື​ລະຫວ່າງ​ສານ​ບັນດາ​ປະ​ເທດ​ອາ​ຊຽນ ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ​ໃນ​ນັ້ນ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ຖະ​ແຫຼງການວິ​ໄສ​ທັດ​ລວມ ຈາ​ກາກ​ຕາ​ ​ແລະ ​ແຜນການ​ເຄື່ອນ​ໄຫວ​ຮ່າ​ໂນ້ຍ; ຄວາມ​ດູ່​ນດ່ຽງ​ລະຫວ່າງ​ການ​ຮັບປະກັນ​ສິດ​ຂອງ​ຜູ້​ປະຈຳ​ຖິ່ນ​ກັບ​ວຽກ​ງານ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ; ບັນຫາ​ທຳລາຍ​ປ່າ, ຂຸດ​ຄົ້ນ, ຂົນ​ສົ່ງ, ຄ້າ​ຂາຍ​ໄມ້​ຢ່າງ​ຜິດ​ກົດໝາຍ…

        ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ ​ເຈືອງ​ຮ່ວາ​ບິ່ງ, ​ເລຂາ​ສູນ​ກາງ​ພັກ, ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ໃຫ້​ຮູ້​ວ່າ, ກອງ​ປະຊຸມ​ໄດ້​ຮັບ​ບັນດາ​ຜົນງານ​ທ່ີ​ໜ້າ​ຊື່ນ​ຊົມ. ບັນດາ​ຜູ້​ແທນ​ໄດ້​ແບ່ງປັນ​ບົດຮຽນ ​ແລະ ປຶກສາ​ຫາລື 2 ຫົວ​ຂໍ້​ຕົ້ນ​ຕໍ່ ຕິດ​ພັນ​ກັບ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ສານ​ແຕ່ລະ​ປະ​ເທດ​ແມ່ນ: ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງສິ່ງ​ແວດ​ລ້ອມ ​ແລະ ການ​ຮ່ວມ​ມື​ຂອງ​ສານ​ບັນດາ​ປະ​ເທດ​ອາ​ຊຽນ. ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ສຳລັບ​ສານ​ຂອງ​ແຕ່ລະ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງ, ປະກອບ​ສ່ວນ​ໃຫ້ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015 ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ