ອັດກອງປະຊຸມໃຫຍ່ ຜູ້ແທນສະມາຄົມ ຊາວກະສິກອນຫວຽດນາມຊຸດທີ 6


ອັດກອງປະຊຸມໃຫຍ່ ຜູ້ແທນສະມາຄົມ ຊາວກະສິກອນຫວຽດນາມຊຸດທີ 6 - ảnh 1
(ທ່ານ ​ຫງວຽນກ​ວກ​ເກື່ອງ, ​ປະທານ​ສະມາຄົມ​ຊາວ​ກະ​ສີກ​ອນຫວຽດນາມ​)

(vovworld)- ພາຍຫລັງ​ເຮັດ​ວຽກ​ມາ​ເປັນ​ເວລາ 4 ວັນ, ຕອນ​ເຊົ້າ​ວັນ​ທີ 3/7, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ ຄັ້ງ​ທີ 6 ອາຍຸ​ການ 2013-2018 ​ໄດ້​ອັດ​ລົງ ​ແລະ ອອກ​ສະ​ເຫ​ນີຕົວ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ ຊຸດ​ທີ 6. ກອງ​ປະຊຸມ​ໃຫຍ່​ໄດ້​ຮັບ​ຟັງ​ປະກາດ​ໝາກຜົນ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ​ຊຸດ​ທີ 6 ຄັ້ງ​ປະຖົມມະ​ເລີກ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​​ແທນ 122 ທ່ານ; ​ເລືອກ​ຕັ້ງ​ຄະນະ​ປະຈຳ​ສູນ​ກາງ​ສະມາຄົມ​ຊາວ​ກະສິກອນ​ຊຸດ​ທີ 6 ລວມມີ​ຜູ້​ແທນ 20 ທ່ານ. ກ​ອງປະຊຸມ​ໃຫຍ່​ໄດ້​ລົງມະຕິ​ຮັບຮອງ​ເອົາ​ມະຕິ​ກອງ​ປະຊຸມ​ໃຫຍ່​ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ​ຄັ້ງ​ທີ 6, ສືບ​ຕໍ່​ປະຕິບັດ​ແຜນ​ຮ່າງ​ “ຍົກ​ສູງ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ ​ໃນ​ການ​ພັດທະນາ​ກະສິກຳ​ຢ່າງ​ມີ​ປະສິດທິ​ຜົນ, ກໍ່ສ້າງ​ຊົນ​ນະ​ບົດ​ໃຫມ່ ​ແລະ ສ້າງ​ຊົນ​ຊັ້ນ​ຊາວ​ກະສິກອນ​ຫວຽດນາມ ​ໄລຍະ 2010-2020.

ຕາມ​ທ່ານ ​ຫງວຽນກ​ວກ​ເກື່ອງ, ຜູ້​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ​ຊາວ​ກະ​ສີກ​ອນຫວຽດນາມ​ອາຍຸ​ການ 2013 – 2018 ​ແລະ ຮອງ​ປະທານ 4 ທ່ານ​​ແມ່ນ​ທ່ານ ຫງວຽນ​ຢູຍ​ເລື້ອງ, ທ່ານ ​ເລວ​ຫວູດ່ຽວ, ທ່ານ​ນາງ ຫງວຽນ​ຮົ່ງຫຼີ ​ແລະ ທ່ານ ລ້າຍ​ຊວນ​ມົນ.

​​ທ່ານ ​ຫງວຽນກ​ວກ​ເກື່ອງ, ​ປະທານ​ສະມາຄົມ​ຊາວ​ກະ​ສີກ​ອນຫວຽດນາມ​ອາຍຸ​ການ 2013 – 2018, ​ໃຫ້​ຮູ້​ວ່າ, ​ໄລຍະ​ຈະ​ມາ​ເຖິງ, ສູນ​ກາງ​ສະມາຄົມ​ຊາວ​ກະ​ສີກ​ອນຫວຽດນາມ ຈະ​ເປັນ​ເສນາ​ທິການ​ໃຫ້​ບັນດາ​ອົງການ​ພັກ ​ແລະ ລັດ ​ເພື່ອ​ມີ​ນະ​ໂຍບາຍ​ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ກະ​ສີກ​ອນຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ມີ​ຊີວິດ​ເປັນ​ປົກກະຕິ ​ແລະ ບືນ​ຕົວ​ຂຶ້ນ​ເພື່ອ​ສ້າງ​ຄວາມ​ຮັ່ງມີ.

“ສະມາຄົມ​ຊາວ​ກະ​ສີກ​ອນຫວຽດນາມກຳນົດ​ວ່າ, ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ສຸມ ​ແລະ ສຳຄັນ​ຂອງ​ສະມາຄົມ, ດັ່ງ​ນັ້ນ, ສະມາຄົມ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຢູ່​ທຸກ​ຂັ້ນ ​ເພື່ອ​ເປັນ​ເຈົ້າ​ການ​ເປັນ​ເສນາ​ທິການ​ໃຫ້​ຄະນະ​ພັກ​, ອຳນາດ​ການ​ປົກຄອງທຸກ​ຂັ້ນ ​ເພື່ອ​ເຂົ້າ​ຮ່ວມ​ໃນ​ຄະນະ​ຊີ້​ນຳ, ​ແລະ ບັນດາ​ຂັ້ນ​ຕອນ​ປະຕິບັດ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ. ສະມາຄົມ​ຊາວ​ກະ​ສີກ​ອນຫວຽດນາມ ຈະ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ອີກ, ປະກອບສ່ວນ​ເຂົ້າ​ພາລະກິດ​ກໍ່ສ້າງ​ຊົນນະບົດ​ໃໝ່“.

​ທ່ານ ​ຫງວຽນກ​ວກ​ເກື່ອງ, ​ປະທານ​ສະມາຄົມ​ຊາວ​ກະ​ສີກ​ອນຫວຽດນາມ ຖື​ວ່າ, ເພື່ອ​ຊຸກຍູ້​ວິວັດ​ແຫ່ງ​ການ​ພັດທະນາ​ກະ​ສີ​ກຳ, ຊົນນະບົດ, ຊາວ​ກະ​ສີກ​ອນ​ໃນ​ຕໍ່ໜ້ານັ້ນ, ​ແມ່ນ​ຕ້ອງ​ເຮັດ​ຄື​ແນວ​ໃດ ​ເພື່ອ​ໃຫ້​ຊາວ​ກະ​ສີກ​ອນມີ​ເງື່ອນ​ໄຂ​ຜະລິດ, ​ແລະ​ສິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ຊົນນະບົດ ​ແລະ ຈຸດໝາຍ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 6 ນີ້ ​ແມ່ນ​ຈະ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ຜູ້​ອອກ​ແຮງ​ງານ​ຢູ່​ເຂດ​ຊົນນະບົດ 1 ລ້ານ​ຄົນ​/ປີ.

 

ຂ່າວ/ບົດ​ອື່ນ