ອັດ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VIII ຂ​ອງ​ພັກ​ກອມ​ມູ​ນິດ ກູ​ບາ

(VOVWORLD) -ກອງປະຊຸມໃຫຍ່ໄດ້ປະກາດບັນຊີລາຍຊື່ກົມການເມືອງລວມມີ 14 ທ່ານ, ໃນນັ້ນມີ ທ່ານ Miguel Diaz-Canel Bermudez ເລຂາທີໜຶ່ງ PCC, ພ້ອມທັງແມ່ນປະທານປະເທດ ກູບາ, ທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ກູບາ ທັງເປັນປະທານສະພາແຫ່ງລັດ. ກອງປະຊຸມໃຫຍ່ກໍ່ໄດ້ເລືອກຕັ້ງຄະນະເລຂາທິການລວມມີ 6 ທ່ານ.
ອັດ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VIII ຂ​ອງ​ພັກ​ກອມ​ມູ​ນິດ ກູ​ບາ - ảnh 1ກອງປະຊຸມໃຫຍ່ຄັ້ງທີ VIII ຂອງ ພັກກອມມູນິດ ກູບາ  ໄດ້ດຳເນີນໃນລະຫວ່າງວັນທີ 16 - 19 ເມສາ

(ພາບ: TTXVN)

        ວັນທີ 19 ເມສາ, ກອງປະຊຸມໃຫຍ່ຄັ້ງທີ VIII ຂອງ ພັກກອມມູນິດ ກູບາ (PCC) ໄດ້ອັດລົງຢູ່ນະຄອນຫຼວງ La Habana. ໃນມື້ເຮັດວຽກສຸດທ້າຍນີ້, ທ່ານ Miguel Diaz-Canel Bermudez ປະທານປະເທດ ກູບາ, ໄດ້ຮັບການເລືອກຕັ້ງເປັນເລຂາທີໜຶ່ງຂອງ PCC, ແທນໃຫ້ທ່ານພົນເອກ Raul Castro Ruz. ກ່າວຄຳເຫັນທີ່ມື້ເຮັດວຽກສຸດທ້າຍຂອງ ກອງປະຊຸມໃຫຍ່, ທ່ານພົນເອກ Raul Castro ໄດ້ເນັ້ນໜັກວ່າ ທ່ານ Díaz-Canel ບໍ່ພຽງແຕ່ແມ່ນຜູ້ທີ່ຮູ້ສຳຜັດໄວເທົ່ານັ້ນ ຫາກຍັງແມ່ນແບບຢ່າງຂອງນັກຮົບປະຕິວັດທີ່ເຕົ້າໂຮມບັນດາຄຸນສົມບັດຢ່າງພຽງພໍເພື່ອຮັບດຳລົງຕຳແໜ່ງສູງ.

        ແລະກໍ່ໃນການເຮັດວຽກ, ກອງປະຊຸມໃຫຍ່ໄດ້ປະກາດບັນຊີລາຍຊື່ກົມການເມືອງລວມມີ 14 ທ່ານ, ໃນນັ້ນມີ ທ່ານ Miguel Diaz-Canel Bermudez ເລຂາທີໜຶ່ງ PCC, ພ້ອມທັງແມ່ນປະທານປະເທດ ກູບາ, ທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ກູບາ ທັງເປັນປະທານສະພາແຫ່ງລັດ. ກອງປະຊຸມໃຫຍ່ກໍ່ໄດ້ເລືອກຕັ້ງຄະນະເລຂາທິການລວມມີ 6 ທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ