ອັດກອງປະຊຸມໃຫຍ່ຄະນະຊາວໜຸ່ມທົ່ວປະເທດຄັ້ງທີ 11

(VOVWORLD) - ຕອນເຊົ້າວັນທີ 13 ທັນວາ, ທີ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄັ້ງທີ 11 ອາຍຸການ 2017 – 2022 ໄດ້ອັດລົງ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນ.
ອັດກອງປະຊຸມໃຫຍ່ຄະນະຊາວໜຸ່ມທົ່ວປະເທດຄັ້ງທີ 11 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ໃນວາລະອັດກອງປະຊຸມ, ຄະນະບໍລິຫານງານ, ຄະນະປະຈຳ, ຄະນະເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຊຸດທີ 11 ອາຍຸການ 2017 – 2022  ໄດ້ສະເໜີຕົວຕໍ່ກອງປະຊຸມໃຫຍ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ປະເທດຊາດໄດ້ຝາກວາງຄວາມເຊື່ອໝັ້ນຕໍ່ລຸ້ນໜຸ່ມ, ໄວໜຸ່ມທົ່ວປະເທດ ຈົ່ງກຽມຈິດກຽມໃຈ ແລະ ອຸທິດສ່ວນໃຫ້ການຮ່ຳຮຽນ, ອອກແຮງງານຈົນສຸດຄວາມສາມາດຂອງຕົນ ເພື່ອແກ້ໄຂ, ປະກອບສ່ວນເຂົ້າໃນການຕ້ານຄວາມຖອຍຫລັງ, ຕ້ານບັນດາໄພອັນຕະຫລາຍອື່ນໆ. ແລະ ບັນດາສະຫາຍ ແມ່ນຜູ້ອຸທິດສ່ວນ, ແມ່ນຜູ້ນຳໜ້າ ແລະ ແມ່ນຈິດໃຈບຸກໜ້າຂອງ ຊາວໜຸ່ມ.

        ຄະນະປະຈຳສູນກາງຄະນະຊາວໜຸ່ມຊຸດທີ 11 ລວມມີກຳມະການ 31 ທ່ານ; ເລືອກຕັ້ງຜູ້ແທນ 4 ທ່ານເຂົ້າຄະນະເລຂາສູນກາງຄະນະຊາວໜຸ່ມຊຸດທີ 11. ທ່ານ ເລກວກຟອງ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນເລຂາທີ 1 ຄະນະບໍລິຫານງານສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຊຸດທີ 11 ອາຍຸການ 2017 – 2022.

        ດ້ວຍການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະ ທ່ານ ເລກວກຟອງ ເລຂາທີ 1 ຊຸດທີ 11 ພ້ອມກັນລົງນາມໃນມະຕິກ່ຽວກັບກົດລະບຽບສົມທົບວຽກງານຂອງ ລັດຖະບານ ແລະ ຄະນະບໍລິຫານງານສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄລຍະປີ 2017 – 2022.

ຕອບກັບ

ຂ່າວ/ບົດ​ອື່ນ