ອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ10ຂອງພັກປະຊາຊົນປະຕິວັດລາວ

ອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ10ຂອງພັກປະຊາຊົນປະຕິວັດລາວ - ảnh 1
ທ່າ​ນ ບຸນ​ຍັງ ວໍລະ​ຈິດ ອ່ານບົດກ່າວປາໄສອັດກອງປະຊຸມ
(ພາບ: Phạm Kiên/Vietnam+)

(vovworld) – ຕອນ​ບ່າຍ​ວັນ​ທີ 22/1, ຢູ່​ນະຄອນຫຼວງ ວຽງ​ຈັນ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ອັດ​ລົງ​ພາຍຫຼັງ​ເຮັດ​ວຽກ​ມາ​​ເປັນ​ເວລາ 5 ວັນ. ກອງ​ປະຊຸມ​ໃຫຍ່​ໄດ້​ປຶກສາ​ຫາລື ​ແລະ ​ເຫັນ​ດີ​ເປັນ​​ເອກະ​ພາບ​ຮັບຮອງ​ເອົາ​ບັນດາ​ເອກະສານ​ສຳຄັນ, ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ຍາວ​ນານ​ທີ່​ມີ​ຕໍ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ກອງ​ປະຊຸມ​ໃຫຍ່​ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາ​ຊົນປະຕິວັດ​ລາວ ຄັ້ງ​ທີ 10 ​ເຊິ່ງລວມມີ: ກຳມະການສົມ​ບູນ 69 ທ່ານ ​ແລະ ກຳມະການ​ສຳຮອງ 8 ທ່ານ.

        ຄະນະ​ບໍລິຫານ​ງາ​ນສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ເລືອກ​ຕັ້ງທ່າ​ນ ບຸນ​ຍັງ ວໍລະ​ຈິດ ດຳລົງຕຳ​ແໜ່​ງ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຊຸດ​ທີ 10, ​ເລືອກ​ຕັ້ງ​ກົມ​ການ​ເມືອງ​ດ້ວຍ​ກຳມະການ 11 ທ່ານ, ​ໃນ​ນັ້ນ​ທ່ານ ຄຳ​ພັນ ວິພາ​ວັນ, ດຳລົງ​ຕຳ​ແໜ່​ງຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ.

        ​ເນື່ອງ​ໃນ​ໂອກາດ​ທ່ານ ບຸນ​ຍັງ ວໍ​ລະ​ຈິດ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວ, ວັນ​ທີ 22/1, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນກາງພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ​້ອງ ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ​ທ່ານ ບຸນ​ຍັງ ວໍລະ​ຈິ​ດ. ​ໂທລະ​ເລກ​ໄດ້​ຊີ້​ແຈ້ງວ່າ: ​ເລື​່ອງທ່ານ ບຸນ​ຍັງ ວໍ​ລະ​ຈິດ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແມ່ນ​ສະ​ແດງ​ໃຫ​້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຕີ​ລາຄາ​ເໝາະ​ສົມ​ຂອງ​ທົ່ວ​ພັກ ທ່ົວ​ປວງ​ຊົນ​ລາວ​ທີ່​ມີ​ຕໍ່​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ທ່ານ​ໃນ​ວິວັດ​ການ​ພັດທະນາ​ຂອງ​ພາລະກິດ​ປະ​ຕິ​ວັດ​ລາວ. ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ​້ອງ ​ເຊື່ອ​ໝັ້ນ​ວ່າ: ​ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໂດຍ​ທ່ານ ບຸນ​ຍັງ ວໍ​ລະ​ຈິດ ​ແມ່ນເລຂາທິການ​​ໃຫຍ່ ປະຊາຊົນ​ລາວ​ຈະ​ສືບ​ຕໍ່​ຍາດ​ໄດ້​ບັນດາ​ຜົນງານ​ໃໝ່, ຍິ່ງ​ໃຫຍ່​ກ່ວາ​ເກົ່າ​ໃນ​ກິດຈະການ​ປ່ຽນ​​ແປງ​ໃໝ່, ປະຕິວັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ຢ່າງ​ມີ​ໄຊ. ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພ້ອມ​ກັບ​ລາວ​ຮັກສາ ​ແລະ ​ເພີ່ມ​ພຸນຄູນ​ສ້າງສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ຜົນ​ປະ​​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ ​ແລະ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ​ ​ໃນ​ໂລກ.


ຂ່າວ/ບົດ​ອື່ນ