ອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວລາວສ້າງຊາດ

ອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວລາວສ້າງຊາດ - ảnh 1
ອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວລາວສ້າງຊາດ

(vovworld) –​​ ພາຍຫລັງ​ເຮັດ​ວຽກມາເປັນ​ເວລາ 2 ວັນ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​​ແນວ​ລາວ​ສ້າງ​ຊາດຄັ້ງ​ທີ 10 ​ຖືກ​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 09/06 ຢູ່​ນະຄອນຫລວງ ວຽງ​ຈັນ. ກອງ​ປະຊຸມ​ໃຫຍ່​​ໄດ້ຮັບຮອງ​ເອົາ​ບົດ​ລາຍ​ງານ​ສະຫລຸບ​ວຽກ​ງານ​ຊີ້​ນຳ​ນຳພາ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ຊຸດ​ທີ 9 ກ່ຽວ​ກັບ​ກົດ​ລະບຽບປັບປຸງ, ຮັບຮອງ​ເອົາ​ບົດ​ລາຍ​ງານ​ດ້ານ​ການ​ເມືອງ ​ແລະ ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ 5 ປີ​ເທື່ອ​ທີ 8 (2016 - 2020). ກອງ​ປະຊຸມ​ໃຫຍ່​ເລືອກ​ຕັ້ງທ່າ​ນ ​ໄຊ​ສົມ​ພອນ ພົມ​ວິຫານ ​ເປັນ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ຊຸດ​ທີ 10. ກອງ​ປະຊຸມ​ໃຫຍ່​ກໍ່​ຮັບຮອງ​ເອົາ​ຈຸດໝາຍ​ຂອງ​ຄະນະ​ກຳມະການ​ແນວ​ລາວ​ສ້າງ​ຊາດ​ທ້ອງຖິ່ນ​ນັບ​ແຕ່​ປະຈຸ​ບັນ​ເຖິງປີ 2030 ກໍ່​ຄື​ແຜນການ​ຍຸດ​ທະ​ສາດ​ໄລຍະ 10 ປີ​ຕໍ່​ໄປ (2016 - 2025) ດ້ວຍ​ຈຸດໝາຍ​ພັດທະນາ​ເສດຖະກິດ, ນຳ​ປະ​ເທດ​ຊາດ​ໃຫ້ຫລຸດ​ພົ້ນ​ອອກ​ຈາກ​ສະພາບ​ການ​ດ້ອຍພັດທະນາ​.

ຂ່າວ/ບົດ​ອື່ນ