ອັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຊຸດທີ 11

ອັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຊຸດທີ 11 - ảnh 1
         ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ແມ່ຍິງທົ່ວປະເທດຊຸດທີ 11
                                 ພາບປະກອບ:internet


(vovworld) - ຕອນ​ເຊົ້າ​ວັນ​ທີ 14/3 ຢູ່ ຮ່າ​ໂນ້ຍ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ແມ່ຍິງ​ທົ່ວ​ປະ​ເທດ​ຊຸດ​ທີ 11 ຈັດ​ວາລະ​ອັດ​ກອງ​ປະຊຸມ. ​ເຂົ້າ​ຮ່ວມ​ພິທີ ມີ​ທ່ານ ​ເຈືອງ​ເຕີນ​ຊາງ ປະທານ​ປ​​ະ​ເທດ​ຫວຽດນາມ, ທ່ານ ຫງວຽນ​ຊິງ​ຮຸ່ງ ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ຮູ່ນດ໋າມ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ພ້ອມ​ດ້ວຍ​ຜູ້ຕາງ​ຫນ້າແມ່ຍິງທີ່​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ. ພາຍຫລັງ​ເຮັດ​ວຽກ​ມາ​ເປັນ​ເວລາ 3 ວັນ,​ ບັນດາ​ຜູ້​ແທນ​ໄດ້​ຮັບຮອງ​ເອົາ​ບັນດາ​ເອກະສານ​ສຳຄັນ​ຂອງ​ກອງ​ປະຊຸມ​ໃຫຍ່​ຄື: ຮ່າ​ງກົດ​ລະບຽບ​ຂອງ​ສະຫະພັນ​ແມ່ຍິງ​ຫວຽດນາມ​ສະບັບ​ປັບປຸງ ​ແລະ ​ເພີ່ມ​ເຕີມ,​ ຮ່າງ​ມະຕິ​ກອງ​ປະຊຸມ​ໃຫຍ່​ຊຸດ​ທີ 11.​​ ແລະ​ ກໍ​ຢູ່​ທີ່​ກອງ​ປະຊຸມ​ໃຫຍ່, ບັນດາ​ຜູ້​ແທນ​ຕາງຫນ້າ​ໃຫ້​ແມ່ຍິງ​ໃນ​ທົ່ວ​ປະ​ເທດ​ໄດ້​ເລືອກ​ຕັ້ງ​ຄະນະ​ປະທານ​​ໃຫມ່​ຂອງສະຫະພັນ​ແມ່ຍິງ​ຫວຽດນາມ ຊຸດ​ທີ 11 ດ້ວຍກຳມະການ​ຄະນະ​ບໍລິຫານ 163 ທ່ານ​ນາງ ທີ່​ຕາງຫນ​້າ​ໃຫ້​ແມ່ຍິງ​ດີ​ເດັ່ນ​ທຸກ​ຊັ້ນຄົນ​​ໃນ​ທົ່ວ​ປະ​ເທດ.​​ໃນ​ອາຍຸ​ການ 2012 - 2017,​ ທ່ານ​ນາງ ຫງວຽນ​ທິ​ແທນ​ຮ່ວາ ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽດນາມ ຊຸດ​ທີ 10 ສືບ​ຕໍ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະຫະພັນ​​ແມ່ຍິງ​ຫວຽດນາມ​ຊຸດ​ທີ 11. ຕາງຫນ້າ​ໃຫ້​ຄະນະ​ບໍລິຫານ​ງານ​ຊຸດ​ໃຫມ່, ທ່ານ​ນາງ ຫງວຽນ​ທິ​ແທນ​ຮ່ວາ ​ໄດ້​ເນັ້ນ​ຫນັກ​ວ່າ:

        “​ເພື່ອ​ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊ່ືອ​ໃຈ​ຂອງ​ກອງ​ປະຊຸມ​ໃຫຍ່, ຄະນະ​ບໍລິ​ຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽດນາມ​ຊຸດ​ທີ 11 ຈະ​​ສາມັກຄີ, ​ເສີມ​ຂະຫຍາຍ​ກຳລັງ​ຄວາມ​ສາມາດ, ພູມ​ປັນຍາ, ຮ່ຳຮຽນ ​ແລະ ​​ຝຶກ​​ຝົນ​ຫລໍ່​ຫລອມ​ຄຸນ​ສົມບັດ​ຕາມ​ແບບຢ່າງ​ປະທານ​ໂຮ່ຈິ​ມີນ, ສຸດ​ຈິດ​ສຸດ​​ໃຈ, ສູ້​ຊົນ​ສຳ​ເລັດ​ຫນ້າທີ່ ​ແລະ​ ຄວາມ​ຮັບຜິດຊອບ​ຊຶ່ງ​ພັກ, ລັດ ​ແລະ ​ເອື້ອຍ​ນ້ອງ​ແມ່ຍິງ​ໃນ​ທົ່ວ​ປະ​ເທດ​​ໄດ້ມອບ​ໝາຍ​ໃຫ້.”

        ​ໃນ​ອາຍຸ​ການຊຸດ​ໃຫມ່, ບັນດາ​ຜູ້​ແທນ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ເຫັນ​ດີຈະ​ສືບ​ຕໍ່​ປະຕິບັດ​ວຽກ​ງານ​ໂຄສະນາ​ສຶກສາ​ເປັນ​ຢ່າງ​ດີ, ສືບ​ຕໍ່​ຈັດ​ຕັ້ງ ​ແລະ ຍົກ​ສູງ​ຄຸນ​     ນະພາ​ບຂອງ​ບັນດາ​ຂະ​ບວນການ​ແຂ່ງ​ຂັນ, ປ່ຽນ​​​ໃຫມ່​ເນື້ອ​ໃນ ວິ​ທິກ​ານ​ເຄື່ອນ​ໄຫວ, ​ເອົາ​​ໃຈ​ໃສ່​ເຖິງ​ບັນຫາ​ສ້າງ​ຄອບຄົວ, ຍົກ​ສູງ​ຄຸນ​ນະພາ​ບພະນັກງານ​ສະຫະພັນ​ເພື່ອ​ປະຕິບັດ​ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ພັກ, ລັດ ກັບ​ປະຊາຊົນ​ເປັນ​ຢ່າງ​ດີ, ຕັ້ງຫນ້າ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ, ລັດ ​ໃຫ້​ປອດ​​ໃສໝັ້ນຄົງ​ເຂັ້ມ​ແຂງ. ພ້ອມທັງ​ເສີມ​ຂະຫຍາຍ​ມູນ​ເຊື້ອອັນ​ດີງາມ​ຂອງ​ແມ່ຍິງ​ຫວຽດນາມ, ຕັ້ງຫນ້າ​ຮ່ຳຮຽນ, ມີ​ຫົວຄິດ​ປະສິດ​ສ້າງ​ໃນ​ການ​ອອ​ກ​ແຮ​ງານ,​ ມານະ​ພະຍາຍາມສູ້​ຊົນ​ປະຕິບັດ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຄັ້ງ​ທີ 10 ຢ່າງ​ມີ​ໄຊ,​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ