ອັດກອງປະຊຸມໃຫຍ່ວິສາມັນຜູ້ແທນພັກປະຊາຊົນ ກຳປູເຈຍ ທົ່ວປະເທດ

ອັດກອງປະຊຸມໃຫຍ່ວິສາມັນຜູ້ແທນພັກປະຊາຊົນ ກຳປູເຈຍ ທົ່ວປະເທດ - ảnh 1
ອັດ​ກອງ​ປະຊຸມ​ໃຫຍ່​ວິສາມັນ​ຜູ້​ແທນ​ພັກ​ປະຊາຊົນ ກຳປູ​ເຈຍ ທົ່ວ​ປະ​ເທດ
(ພາບ: Trần Chí Hùng/Vietnam+)

(vovworld) - ຕອນ​ບ່າຍ​ວັນ​ທີ 17/3, ກອງ​ປະຊຸມ​ໃຫຍ່​ວິສາມັນ​ຜູ້​ແທນ​​ພັກ​ປະຊາຊົນ ກຳປູ​ເຈຍທົ່ວ​ປະ​ເທດ  (ຫຼື CPP) ຖືກ​ອັດ​ລົງ​ຢູ່​ນະຄອນຫຼວງ ພະນົມ​ເປັນ ພາຍຫຼັງ​ດຳ​ເນີນ​ມາ​ເປັນ​ເວລາ 2 ວັນ. ຕາມ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ແລ້ວ, ພັກ CPP ຮັບຮອງ​ເອົາ​​ເລື່ອງລັດຖະບານ​ລາຊະ​ອານາຈັກ ກຳປູ​ເຈຍ ​ໂດຍທ່ານ​ນາຍົກລັດຖະມົນຕີ Hunsen ນຳ​ໜ້າ, ​ໃນ​ອາຍຸ​ການ 5 ປີ​ໄດ້​ນຳພາ​ປະ​ເທດ​ບັນລຸ​ໄດ້​ບັນດາ​ຜົນ​ງານອັນ​​ໃຫຍ່​ຫຼວງ​ຫຼາຍ​ຢ່າງ, ສັນຕິພາບ, ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ສະຫງົບ, ຄວາມ​ເປັນ​ລະ​ບຽບຮຽບຮ້ອຍ​ທາງ​ສັງຄົມ​ໄດ້​ຮັບ​ການ​​ຮັກສາ​​ໄວ້ຢ່າງ​ໝັ້ນຄົງ, ສິດ​ເສລີ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ມະຕິ​ເນັ້ນ​ໜັກ​ວ່າ: ​ໃນ​ປີ 2012, ​ເສດຖະກິດ ກຳປູ​ເຈຍ​ເຕີບ​ໂຕ​ໃນ​ລະດັບ 7,3% ​ເຖິງ​ວ່າ​ຈະ​ຖືກ​ຜົນ​ສະທ້ອນ​ຈາກການ​ຊຸດ​ໂຊມ​ເສດຖະກິດ - ການ​ເງິນ ​ໂລກ, ອັດຕາ​ຄວາມທຸກ​ຍາກ​ໄດ້​ຫຼຸດ​ລົງ​ຈາກ 22,9% ​ໃນ​ປີ 2009 ລົງ​ເຫຼືອ​ພຽງ 20% ​ໃນ​ປີ 2011 ​ແລະ ຈະ​ຫຼຸດ​ລົງ​ເຫຼືອພຽງ 19% ​ໃນ​ປີ​ນີ້.

ຂ່າວ/ບົດ​ອື່ນ