ອັດ​ການ​ຊ້ອມຮົບ​ຮ່ວມ​ສອງ​ຝ່າຍ ຫວຽດ​ນາມ - ອິນ​ເດຍ​ກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບ 2022

(VOVWORLD) -ການຊ້ອມຮົບໄດ້ດຳເນີນເປັນເວລາກ່ວາ 2 ອາທິດ ແລະ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ສ້າງຂີດໝາຍບາດກ້າວພັດທະນາໃໝ່ໃນການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງສອງປະເທດ ຫວຽດນາມ ແລະ ອິນເດຍ.
ອັດ​ການ​ຊ້ອມຮົບ​ຮ່ວມ​ສອງ​ຝ່າຍ ຫວຽດ​ນາມ - ອິນ​ເດຍ​ກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບ 2022 - ảnh 1ພິທີອັດການຊ້ອມຮົມຮ່ວມສອງຝ່າຍ ຫວຽດນາມ - ອິນເດຍ (ພາບ: TTXVN )

ຕອນເຊົ້າວັນທີ 18 ສິງຫາ, ພິທີອັດການຊ້ອມຮົມຮ່ວມສອງຝ່າຍ ຫວຽດນາມ - ອິນເດຍ ກ່ຽວກັບການຮັກສາສັນຕິພາບ ສປຊ ປີ 2022 (VINBAX - 2022) ໄດ້ດຳເນີນຢູ່ກອງພັນນ້ອຍທະຫານຊ່າງແສງເລກທີ 474, ທະຫານບົກ ອິນເດຍ ຢູ່ເຂດທະຫານ Chandimandir, ທາງພາກເໜືອ ອິນເດຍ. ການຊ້ອມຮົບໄດ້ດຳເນີນເປັນເວລາກ່ວາ 2 ອາທິດ ແລະ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ສ້າງຂີດໝາຍບາດກ້າວພັດທະນາໃໝ່ໃນການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງສອງປະເທດ ຫວຽດນາມ ແລະ ອິນເດຍ. ການຊ້ອມຮົບສອງຝ່າຍ ກ່ຽວກັບການຮັກສາສັນຕິພາບ ສປຊ ແມ່ນການເຄື່ອນໄຫວຮ່ວມມືທີ່ແທດຈິງ ລະຫວ່າງກອງທັບ ຫວຽດນາມ ແລະ ອິນເດຍໃນຊຸມປີມໍ່ໆມານີ້. ທ່ານພົນຈັດຕະວາ ຮ່ວາງກິມຝຸ້ງ, ຫົວໜ້າກົມຮັກສາສັນຕິພາບ, ກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        ບັນດາເນື້ອໃນເຊິ່ງສອງປະເທດເຫັນດີເປັນເອກະພາບນຳເຂົ້າ VINBAX 2022 ແມ່ນເນື້ອໃນຕິດແທດສະພາບການຕົວຈິງ ຢູ່ຄະນະປະຕິບັດງານຂອງ ສປຊ. ພວກເຮົາມີກອງທະຫານຊ່າງແສງ, ພວກເຮົາມີກຳລັງເສນາຮັກ ຢູ່ຄະນະປະຕິບັດງານ ປະຈຳຊູດັງໃຕ້. ນີ້ກໍ່ແມ່ນ 2 ເນື້ອໃນໃຫຍ່ໃນການຊ້ອມຮົບຄັ້ງນີ້. ຜ່ານນີ້, ມັນຈະຊ່ວຍໃຫ້ກຳລັງຂອງພວກເຮົາ ແລະ ອິນເດຍ ຮ່ຳຮຽນເຊິ່ງກັນ ແລະກັນ ແລະ ເຫັນໄດ້ຄວາມຮັບຜິດຊອບຂອງຕົນໃນແຕ່ລະກໍລະນີຕ້ອງແກ້ໄຂ.

ຕອບກັບ

ຂ່າວ/ບົດ​ອື່ນ