ອັດການຝຶກຊ້ອມ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ

(VOVWORLD) - ໝາກຜົນຂອງການຝຶກຊ້ອມສະແດງໃຫ້ເຫັນການສົມທົບກັນຢ່າງມີປະສິດທິຜົນຂອງກຳລັງກອງທັບ 2 ປະເທດ ຫວຽດນາມ - ອິນເດຍ ໃນການປະຕິບັດການແກ້ໄຂບັນດາການບຸກໂຈມຕີແບບສົມມຸດຖານ
ອັດການຝຶກຊ້ອມ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ - ảnh 1ພິທີອັດການຝຶກຊ້ອມລະຫວ່າງ ຫວຽດນາມ ແລະ ອິນເດຍ
(ພາບ: TTXVN)

        ຕອນບ່າຍວັນທີ 19 ທັນວາ, ພິທີອັດການຝຶກຊ້ອມລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ (VINBAX 2023, ເຊິ່ງດຳເນີນແຕ່ວັນທີ 11 – 19 ທັນວາ), ໄດ້ຈັດຂຶ້ນຢູ່ສູນຝຶກຊ້ອມການທະຫານແຫ່ງຊາດ 4 (ຮ່າໂນ້ຍ).

        ຕາມທ່ານຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ຟຸ່ງຊີ້ເຕິນ ແລ້ວ, ໝາກຜົນຂອງການຝຶກຊ້ອມສະແດງໃຫ້ເຫັນການສົມທົບກັນຢ່າງມີປະສິດທິຜົນຂອງກຳລັງກອງທັບ 2 ປະເທດ ຫວຽດນາມ - ອິນເດຍ ໃນການປະຕິບັດການແກ້ໄຂບັນດາການບຸກໂຈມຕີແບບສົມມຸດຖານ, ຕິດແທດກັບສະພາບຕົວຈິງຂອງການປະຕິບັດໜ້າທີ່ຢູ່ບັນດາຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ. ທ່ານ Aseem Gupta, ຫົວໜ້າຄະນະກອງທັບ ອິນເດຍ ທີ່ເຂົ້າຮ່ວມການຝຶກຊ້ອມຕີລາຄາວ່າ, ການຝຶກຊ້ອມບໍ່ພຽງແຕ່ບັນລຸໄດ້ທຸກເປົ້າໝາຍທີ່ໄດ້ວາງອອກເທົ່ານັ້ນ, ຫາກຍັງໄດ້ສ້າງໂອກາດຍົກສູງຂອບເຂດຂອງການຝຶກຊ້ອມ ສົມທົບກັບຫຼາຍກຳລັງໃນອະນາຄົດອີກດ້ວຍ. ນີ້ແມ່ນເທື່ອທີ 4 ທີ່ ຫວຽດນາມ ແລະ ອິນເດຍ ຈັດການຝຶກຊ້ອມ 2 ຝ່າຍກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ