ອັດການແຂ່ງຂັນ Futsal ຊິງຂັນ HDBank 2017 ລະດັບຊາດ

(VOVWORLD) - ຕອນບ່າຍວັນທີ 03 ທັນວາ, ທີ່ນະຄອນ ດ່າໜັງ ໄດ້ດຳເນີນພິທີອັດການແຂ່ງຂັນ Futsal ຊິງຂັນ  HDBank 2017 ລະດັບຊາດ.
ອັດການແຂ່ງຂັນ Futsal ຊິງຂັນ HDBank 2017 ລະດັບຊາດ - ảnh 1 ອັດການແຂ່ງຂັນ Futsal ຊິງຂັນ HDBank 2017 ລະດັບຊາດ

ທີ່ຮອບຊິງຊະນະເລີດ ທິມ ທ໋າຍເຊີນນາມ ໄດ້ຊະນະທິມ ຫາຍເຟືອງນາມ - ມະຫາວິທະຍາໄລ ຢາດິ້ງ ດ້ວຍ 2 - 1, ຜ່ານນັ້ນ ປ້ອງກັນແຊມ HDBank 2017 ລະດັບຊາດໄວ້ໄດ້.

        ພາຍຫລັງການແຂ່ງຂັນ, ທ່ານ ຫງວຽນເທ໋ກີ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ (VOV), ທ່ານ ເຈີ່ນກວກຕ໋ວນ ຮອງປະທານຜູ້ປະຈຳການສະຫະພັນບານເຕະ ຫວຽດນາມ ພ້ອມກັນມອບຫຼຽນຄຳ, ລາງວັນມີມູນຄ່າ 100 ລ້ານດົ່ງ ແລະ ຂັນ HDBank 2017 ລະດັບຊາດ ໃຫ້ທິມ ທ໋າຍເຊີນນາມ.

ຕອບກັບ

ຂ່າວ/ບົດ​ອື່ນ