ອັດການແຂ່ງຂັນຍິງປີນອຸປະກອນດ້ານການທະຫານບັນດາປະເທດອາຊຽນຄັ້ງທີ 24

ອັດການແຂ່ງຂັນຍິງປີນອຸປະກອນດ້ານການທະຫານບັນດາປະເທດອາຊຽນຄັ້ງທີ 24 - ảnh 1

 ພິທີມອບຂັນໃຫ້ທິມຊະນະເລີດ
(vovworld) - ພິທີ​ອັດການ​ແຂ່ງຂັນ​ຍິງ​ປີນ​ອຸປະກອນ​ດ້ານ​ການ​ທະຫານບັນດາ​ປະ​ເທດ​ອາ​ຊຽນຄັ້ງ​ທີ 24 ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 28/11, ຢູ່​ສູນ​ເຝິກອົບຮົມ​ແຫ່ງ​ຊາດ​ມ໋ຽວມົນ (ຮ່າ​ໂນ້ຍ), ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພົນ​ເອກ ​ຟຸ່ງກວາງ​ແທງ, ກຳມະການ​ກົມ​ການ​ເມືອງ, ຮອງ​ເລຂາ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ແລະ ນາຍ​ພົນທະຫານ​ຫຼາຍ​ທ່ານ​ຂອງ​ຫວຽດນາມ ກໍ່​ຄື​ບັນດາ​ປະ​ເທດ​ອາ​ຊຽນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​, ທ່ານ​ພົນ​ຕີ ຫງວຽນ​ກວົກ​ແຄ໋ງ, ຮອງ​ຫົວໜ້າ​ເສນາ​ທິການ​ກອງ​ທັງ​ປະຊາຊົນ​ຫວຽດນາມ, ຫົວໜ້າ​ຄະນະ​ຈັດ​ຕັ້ງການ​ແຂ່ງຂັນ​ຍິງ​ປືນ​ອຸປະກອນ​ດ້ານ​ການ​ທະຫານບັນດາ​ປະ​ເທດ​ອາ​ຊຽນຄັ້ງ​ທີ 24 ຢັ້ງຢືນ​ວ່າ, ນີ້​ແມ່ນ​ເຫດການ​ສຳຄັນ, ​ແມ່ນ​ປະກົດ​ການ​ທີ່​ມີ​ຊີວິດ​ຊີວາ​ແຫ່ງ​ຄວາມ​ສາມັກຄີ, ການ​ຮ່ວມ​ມື​ມິດຕະພາບ ​ແລະ ການ​ພັດທະນາ​ລະຫວ່າງ​ກອງທັບ​ບັນດາ​ປະ​ເທດ​ອາ​ຊຽນ. ທີ່​ການ​ແຂ່ງຂັນ​ນີ້, ມີ​ຫຼາຍ​ຄົນ​ໄດ້​ຮັບ​ຜົນງານ​ສູງ, ​ແລະ ຫຼາຍ​ສະຖິຕິ​ໃໝ່​ໄດ້​ຮັບການ​ສ້າງ​ຂຶ້ນ. ຜົນງານ​ດັ່ງກ່າວ, ສ່ອງ​ແສງ​ໃຫ້​ເຫັນ​ຄຸນ​ນະພາ​ບການ​ເຝິກອົບຮົມ, ການ​ຫຼໍ່​ຫຼອມ, ທັກ​ສະ, ຄຸນ​ນະ​ທາດ​ຕໍ່ສູ້​ຂອງ​ກອງທັບ​ບັນດາ​ປະ​ເທດ​ອາ​ຊຽນ.
ຂ່າວ/ບົດ​ອື່ນ