ອັດການແຂ່ງຂັນຖີບລົດສາກົນ “ເສັ້ນທາງແຂ່ງຂັນດຽວ - ສອງປະເທດ ຫວຽດນາມ - ຈີນ ປີ 2017”

(VOVWORLD) - ພາຍຫຼັງ 2 ວັນດຳເນີນການແຂ່ງຂັນຢ່າງຟົດຟື້ນ, ວັນທີ 9 ກໍລະກົດ, ຢູ່ນະຄອນ ລາວກາຍ ໄດ້ຈັດຕັ້ງພິທີອັດການແຂ່ງຂັນຖີບລົດສາກົນ “ເສັ້ນທາງແຂ່ງຂັນດຽວ - ສອງປະເທດ ຫວຽດນາມ - ຈີນ ປີ 2017”. 

ອັດການແຂ່ງຂັນຖີບລົດສາກົນ “ເສັ້ນທາງແຂ່ງຂັນດຽວ - ສອງປະເທດ ຫວຽດນາມ - ຈີນ ປີ 2017” - ảnh 1 ພິທິມອບລາງວັນທີ່ການແຂ່ງຂັນ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ນີ້ແມ່ນການເຄື່ອນໄຫວກິລາເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີແຫ່ງວັນສ້າງຕັ້ງແຂວງ ລາວກາຍ (12/7/1907 -12/7/2017), ນອນໃນຂອບເຂດປີທ່ອງທ່ຽວ ແຫ່ງຊາດ 2017 - ລາວກາຍ - ໄຕບັກ. ການແຂ່ງຂັນໄດ້ດຶງດູດນັກກິລາປະມານ 500 ຄົນທີ່ມາຈາກ 14 ເຂດທ້ອງຖິ່ນ ຂອງຈີນ ແລະ 16 ແຂວງ, ນະຄອນຂອງ ຫວຽດນາມ ເຂົ້າຮ່ວມ. ຄະນະຈັດຕັ້ງໄດ້ມອບລາງວັນທີໜຶ່ງ 8 ລາງວັນ, ລາງວັນທີສອງ 8 ລາງວັນ, ລາງວັນທີສາມ 8 ລາງວັນ ໃຫ້ບັນດານັກກິລາແຂ່ງຂັນໃນຫຼາຍເນື້ອໃນ ຍິງ ແລະ ຊາຍ.

        ການແຂ່ງຂັນຖີບລົດສາກົນ “ເສັ້ນທາງແຂ່ງຂັນດຽວ - ສອງປະເທດ ຫວຽດນາມ - ຈີນ ປີ 2017” ແມ່ນເຫດການກິລາໃຫຍ່ ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງປະຊາຊົນບັນດາເຜົ່າຂອງ ຫວຽດນາມ ແລະ ຈີນ. ພິເສດ, ເຫດການດັ່ງກ່າວຍັງແມ່ນໂອກາດເພື່ອໃຫ້ແຂວງ ລາວກາຍ ໂຄສະນາພາບພົດທຳມະຊາດ, ປະຊາຊົນ, ການທ່ອງທ່ຽວຂອງທ້ອງຖິ່ນກັບທຸກໆປະເທດ ກໍ່ຄືເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ