ອັດຄ້າຍພັກແລ້ງຫວຽດ ນາມ ປີ 2013

ອັດຄ້າຍພັກແລ້ງຫວຽດ ນາມ ປີ 2013 - ảnh 1

(ພາບ:.tgvn.com.vn)

(vovworld)-​ ຕອນ​ເຊົ້າວັນ​ທີ 28/7, ຄະນະ​ຊາວ​ໜຸ່ມ​ນັກສຶກສາ​ຫວຽ​ດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ໄປ​ຢ້ຽມຢາມ​ແຫຼມ​ກ່າ​ເມົາ ທາງ​ໃຕ້​ສຸດ​ຫວຽດນາມ ຊື່​ງ​ແມ່ນສະຖານ​ທີ່​ສຸດ​ທ້າຍ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຄ້າຍ​ພັກ​ແລ້ງຫວຽ​ດນາມ ປີ 2013 ດ້ວຍ​ບັນດາ​ທິວ​ທັດ​ທຳ​ມະ​ຊາ​ທີ່​ສວຍ​ງາມ. ພວກ​ນ້ອງ​ໄດ້​ໄປ​ຢ້ຽມຢາ​ມ​ເຂດ​ປູ​ສະ​ນີຍະສະ​ຖານ​ປະຫວັດສາດ​ແຫ່ງ​ຊາດ​ຮ່ອນ​ດາ​ບາກ, ​ໄປ​ຢ້ຽມຢາມ​ຫໍພິພິທະ​ພັນ​ມູນ​ເຊື້ອ​ແຜນການ​ຕ້ານ​ຈາລະ​ກຳ CM 12. ​ເພື່ອນ​ຫວູ້ຮ່ວຽນ​ຈາງ ຢູ່​ບູນກາຣີ ​ໃຫ້​ຮູ້​ວ່າ:

  ”ຜ່ານ​ການ​ເລົ່າ​ເລື່ອງ​ຂອງ​ລຸງ​ໂຮ່ຫວຽດລຳ, ອະດີດ​ຫົວໜ້າ​ກົມປ້ອງ​ກັນ​ຄວາມ​ສະຫງົບ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ​ແລະ ຜ່ານ​ຮູບ​ພາບ​ທີ່​ພວກ​ນ້ອງ​ໄດ້​ເຫັນ​ນັ້ນ, ພວກ​ນ້ອງ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ​ແລະ ຮູ້​ບຸນຄຸນ​ອັນ​ໃຫ່ຍຫຼວງ​ຂອງ​ບັນດາ​ນັກ​ວິລະ​ຊົນ​ກຳລັງປະກອບ​ອາວຸດຕຳຫຼວດ ປຊຊ ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​”.

  ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 28/7, ລາຍການ​ສະ​ແດງ​ສິລະ​ປະ ​ແລະ ອັດ​ຄ້າຍ​ພັກ​ແລ້ງ​ຫວຽ​ດນາມ ປີ 2013 ​ໄດ້​ຈັດ​ຂຶ້ນ​ຢູ່​ສູນວັດທະນະທຳ​ຮຸ່ງ​ເວື​ອງ.
ຂ່າວ/ບົດ​ອື່ນ