ອັດຄ້າຍພັກແລ້ງເຍົາວະຊົນອະນຸຊົນ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ ປີ 2018

(VOVWORLD) - ຕອນເຊົ້າວັນທີ 04 ສິງຫາ, ທີ່ນະຄອນ ໂຮ່ຈີມິນ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີອັດຄ້າຍພັກແລ້ງເຍົາວະຊົນອະນຸຊົນ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ ຄັ້ງທີ 5 ປີ 2018 ດ້ວຍຫົວຂໍ້ວ່າ: “ອ້ອມແຂນເພື່ອນມິດ”.
ອັດຄ້າຍພັກແລ້ງເຍົາວະຊົນອະນຸຊົນ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ ປີ 2018 - ảnh 1 ພິທີໄຂຄ້າຍພັກແລ້ງເຍົາວະຊົນອະນຸຊົນ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ ປີ 2018 (ພາບ: TTXVN)

ໃນລະຫວ່າງວັນທີ 31 ກໍລະກົດ ຫາວັນທີ 04 ສິງຫາ, ເຍົາວະຊົນອະນຸຊົນ 205 ຄົນ ແລະ ພະນັກງານຮັບຜິດຊອບ 41 ຄົນເປັນແບບຢ່າງດີເດັ່ນໃນການຮ່ຳຮຽນ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຂະບວນການເຍົາວະຊົນອະນຸຊົນ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ ໄດ້ເຂົ້າຮ່ວມການເຄື່ອນໄຫວຟົດຟື້ນຫລາຍຢ່າງ, ໄປທັດສະນະສຶກສາບັນດາສະຖານທີ່ພົ້ນເດັ່ນຢູ່ນະຄອນໂຮ່ຈີມິນ ຄື: ຫໍພິພິທະພັນ ໂຮ່ຈີມິນ ສາຂາ ນະຄອນ ໂຮ່ຈີມິນ, ເຂດປູຊະນີຍະສາຖານປະຫວັດສາດອຸໂມງ ກູຈີ…

        ຄ້າຍພັກແລ້ງປີນີ້ ໄດ້ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບສາກົນ, ສ້າງການລະຫຼິ້ນພົບປະແລກປ່ຽນ, ຮ່ຳຮຽນເຊິ່ງກັນ ແລະ ກັນໃຫ້ແກ່ເຍົາວະຊົນອະນຸຊົນ ຂອງ 3 ປະເທດ ແລະ ເຊື່ອໝັ້ນວ່າ ພາຍຫລັງເຂົ້າຮ່ວມບັນດາການເຄື່ອນໄຫວເປັນເວລາ 5 ວັນ, ພວກນ້ອງນ້ອຍຈະບັນທຶກໄດ້ຄວາມປະທັບໃຈອັນດີງາມຫລາຍຢ່າງກ່ຽວກັບເພື່ອນມິດ ແລະ ປະເທດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ